ເສດຖະກິດຍີ່ປຸ່ນເຕີບໃຫຍ່ 8 ໄຕມາດຕິດຕໍ່ກັນ

ຂໍ້ມູນທາງການຍີ່ປຸ່ນລະບຸວ່າ: ເສດຖະກິດຍີ່ປຸ່ນຂະຫຍາຍຕົວຕິດຕໍ່ກັນມາ 8 ໄຕມາດ ຖືເປັນໄລຍະຂາຂຶ້ນຍາວນານທີ່ສຸດນັບແຕ່ປີ 1980.
ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຫລຸດລົງເລັກໜ້ອຍ ແລະ ເປັນເຄື່ອງສະທ້ອນເຖິງສະພາບຂະຫຍາຍຕົວຊ້າຈາກໄຕມາດກ່ອນ, ແຕ່ນັກວິເຄາະຍັງຄາດຄະເນວ່າ ເສດຖະກິດຍັງເຕີບໃຫຍ່ຕໍ່ເນື່ອງຕໍ່ໄປ. ສຳນັກງານຄະນະລັດຖະບານຍີ່ປຸ່ນລາຍງານວ່າ: GDP ຂະຫຍາຍຕົວພຽງ 0,1% ໃນໄຕມາດສຸດທ້າຍຂອງປີ 2017 ເຊິ່ງຫ່າງຈາກ 0,6% ຂອງໄຕມາດເດືອນກໍລະກົດ-ກັນຍາ. ນັກວິເຄາະຄາດວ່າ: ການຂະຫຍາຍຕົວໃນປັດຈຸບັນຈະຍັງເປັນໄປຢ່າງຕໍ່ເນື່ອງ. ຜູ້ວ່າການທະນາຄານກາງຍີ່ປຸ່ນປະກາດວ່າ ຈະຍັງຮັກສານະໂຍບາຍການເງິນແບບຫລຸດຜ່ອນຕໍ່ໄປ ເນື່ອງຈາກເງິນເຟີ້ຍັງບໍ່ຮຸນແຮງ. ຂະນະທີ່ເສດຖະກິດຍີ່ປຸ່ນຍັງໄດ້ຮັບຜົນປະໂຫຍດຈາກການຂະຫຍາຍຕົວຂອງພາກການສົ່ງອອກ ເຊິ່ງໄດ້ແຮງໜູນຈາກເສດຖະກິດໂລກຟື້ນຕົວ ລວມທັງປະລິມານຄວາມຕ້ອງການພາຍໃນປະເທດເພີ່ມຂຶ້ນຈາກການເລັ່ງລົງທຶນດ້ານໂຄງລ່າງພື້ນຖານກ່ອນເປັນເຈົ້າພາບຈັດການແຂ່ງຂັນກິລາໂອແລັມປິກ 2020.

