ອາຟຣິກາໃຕ້ປະກາດສະພາບ ສຸກເສີນແຫ່ງຊາດຈາກໄພແລ້ງ

ລັດຖະບານອາຟຣິກາໃຕ້ປະກາດສະຖານະການສຸກເສີນແຫ່ງຊາດ ຈາກວິກິດໄພແລ້ງໃນພື້ນທີ່ສ່ວນໃຫຍ່ຂອງປະເທດ ໂດຍສະເພາະເມືອງເຄບທາວ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຄບທາວ ປະເທດອາຟຣິກາໃຕ້ ໃນວັນທີ 14 ກຸມພາວ່າ: ທຳນຽບປະທານາທິບໍດີອາຟຣິກາໃຕ້ອອກກົດໃນວັນທີ 13 ກຸມພາວ່າ: ພາຍຫລັງຕີລາຄາຂອບເຂດ ແລະ ລະດັບຄວາມຮຸນແຮງຂອງສະພາບແຫ້ງແລ້ງໃນພື້ນທີ່ສ່ວນໃຫຍ່ຂອງປະເທດຢ່າງລະອຽດແລ້ວ, ລັດຖະບານຂໍປະກາດໃຫ້ວິກິດການດັ່ງກ່າວເປັນ “ໄພພິບັດແຫ່ງຊາດ”.
Flush a maximum of once a day, and where possible, always use greywater. #ThinkWaterCT and use our water calculator to find out how much water you're using per day, and how you can save more https://t.co/luoXQygOhq pic.twitter.com/GriZqlOpV4
— City of Cape Town (@CityofCT) February 12, 2018
Why South Africa's Cape Town could be the world's first major city to run out of water. pic.twitter.com/pTkA1gTBfo
— Al Jazeera English (@AJEnglish) February 11, 2018
ການເຄື່ອນໄຫວຂອງລັດຖະບານອາຟຣິກາໃຕ້ໃນເລື່ອງນີ້ ເກີດຂຶ້ນໃນຂະນະທີ່ເມືອງເຄບທາວ ເຊິ່ງເປັນເມືອງຂະໜາດໃຫຍ່ອັນດັບ 2 ຂອງປະເທດ ແລະ ຕັ້ງຢູ່ແຄມຝັ່ງທາງຕາເວັນຕົກ ປະສົບບັນຫາແຫ້ງແລ້ງຄັ້ງຮຸນແຮງທີ່ສຸດໃນຮອບ 100 ປີ, ເຖິງວ່າລະດູຝົນຂອງປະເທດຢູ່ລະຫວ່າງເດືອນມິຖຸນາຫາສິງຫາ ແຕ່ປະລິມານນ້ຳຝົນໃນຮອບ 3 ປີຜ່ານມາຖືວ່າຕໍ່າກວ່າປົກກະຕິ ແລະ ລະດັບນ້ຳໃນເຂື່ອນຫລາຍແຫ່ງຫລຸດລົງເຖິງຂີດອັນຕະລາຍ ຈົນລັດຖະບານຕ້ອງອອກມາດຕະການຄວບຄຸມການໃຊ້ນ້ຳຂອງປະຊາຊົນ ລວມທັງການໃຊ້ວິທີການປັນສ່ວນນ້ຳຕາມຈຸດແຈກຢາຍປະມານ 200 ແຫ່ງໃນພື້ນທີ່ ເຊິ່ງແຈກຢາຍນ້ຳໃຫ້ແກ່ປະຊາຊົນຄົນລະ 25 ລິດຕໍ່ວັນ ຫລຸດລົງຈາກໄລຍະຕົ້ນເດືອນນີ້ ເຊິ່ງໂກຕ້າວັນລະ 50 ລິດຕໍ່ຄົນ.

