ຫລາຍເມືອງໃຫຍ່ໃນຈີນຫ້າມຈູດກະໂພກ ເຮັດໃຫ້ຕຸດຈີນບໍ່ຄຶກຄື້ນ

ມາດຕະການຫ້າມຈູດກະໂພກໃນນະຄອນຫລວງປັກກິ່ງ ແລະ 444 ເມືອງໃຫຍ່ທົ່ວປະເທດຈີນ ເຮັດໃຫ້ທຸລະກິດຂາຍກະໂພກໃນເທດສະການຕຸດຈີນປີນີ້ງຽບເຫງົາ, ການຂາຍກະໂພກຫລຸດລົງກວ່າ 30%.
ມາດຕະການດັ່ງກ່າວ ເຊິ່ງມີເປົ້າໝາຍໃນການຫລຸດບັນຫາມົນລະພິດ ແລະ ຝຸ່ນຄວັນ ເຊິ່ງປະກາດໃຊ້ໃນປີຜ່ານມາໄດ້ຍືດຂະຫຍາຍອອກມາເຖິງປີນີ້. ຈາກການໄປສຳຫລວດຕະຫລາດຂາຍກະໂພກໃຫຍ່ໃນເມືອງຫລິວຢາງ ແຂວງຫູໜານ ປາກົດວ່າທຸລະກິດຂາຍກະໂພກຕົກຢູ່ໃນສະພາບງຽບເຫງົາ.
ທ້າວ ເສິນ ເຈຍຣົງ ຜູ້ຜະລິດ ແລະ ຂາຍກະໂພກມາແຕ່ອາຍຸ 15 ປີ ປັດຈຸບັນອາຍຸ 48 ປີ ແລະ ກຳມະກອນໃນການຜະລິດກະໂພກເຖິງ 120 ຄົນ ກ່າວວ່າ: ເຫລືອພຽງບໍ່ເທົ່າໃດຮ້ານເທົ່ານັ້ນທີ່ຍັງເປີດຢູ່ ເພາະລູກຄ້າຫລຸດລົງຫລາຍເຖິງ 30%. ເມືອງຫລິວຢາງນີ້ຈະວ່າເປັນເມືອງຫລວງຂອງກະໂພກ ແລະ ດອກໄມ້ໄຟກໍວ່າໄດ້ ເພາະນັບແຕ່ມີການຜະລິດກະໂພກຂຶ້ນເມື່ອ 1.400 ປີກ່ອນ ສະໄໝລາຊະວົງຖັງ ໃນຊ່ວງເທດສະການຕຸດຈີນນັ້ນ ຜູ້ຄົນຈະພາກັນຈູດກະໂພກ ແລະ ດອກໄມ້ໄຟຕາມທ້ອງຖະໜົນໃນໄລຍະ 15 ວັນທຳອິດຂອງເທດສະການຕຸດຈີນ ເພື່ອໃຫ້ສຽງຂອງກະໂພກຂັບໄລ່ສິ່ງຊົ່ວຮ້າຍ ແລະ ເພື່ອຄວາມເປັນສິລິມຸງຄຸນໃນການກ້າວເຂົ້າສູ່ປີໃໝ່ຂອງຊາວຈີນ. ອຸປະຕິເຫດຮ້າຍແຮງທີ່ເກີດຈາກກະໂພກ ແລະ ດອກໄມ້ໄຟນັ້ນ ມັກເກີດຂຶ້ນເລື້ອຍໆຢູ່ຈີນ ໂດຍສະເພາະເດືອນມັງກອນປີຜ່ານມາ ມີຜູ້ເສຍຊີວິດ 5 ຄົນຈາກດອກໄມ້ໄຟໃນສາງລະເບີດ ແລະ ໃນປີ 2014 ກໍມີເຫດລະເບີດຢູ່ໂຮງງານດອກໄມ້ໄຟເສຍຊີວິດອີກ 12 ຄົນ, ບາດເຈັບ 33 ຄົນ ທັງ 2 ເຫດການເກີດຂຶ້ນຢູ່ແຂວງຫູໜານ.
ຄຳສັ່ງຫ້າມຈູດກະໂພກໃນນະຄອນຫລວງປັກກິ່ງ ແລະ 444 ເມືອງໃຫຍ່ທົ່ວປະເທດຍິ່ງເຮັດໃຫ້ທຸລະກິດກະໂພກທີ່ງຽບເຫງົາຢູ່ແລ້ວ ຍິ່ງງຽບເຫງົາຕື່ມອີກ. ການຈູດກະໂພກນັ້ນເປັນທີ່ນິຍົມໃນຊົນນະບົດ ແລະ ເມືອງນ້ອຍໆ, ປະຊາຊົນນິຍົມຈູດກະໂພກໃນງານສົບ, ງານແຕ່ງດອງ ແລະ ງານສະຫລອງຕ່າງໆ ແຕ່ຕາມເມືອງໃຫຍ່ໆ ຄົນຮຸ່ນໃໝ່ສ່ວນຫລາຍເບິ່ງການຈູດກະໂພກເປັນເລື່ອງຂອງຄົນບູຮານ ແລະ ມັກຫ້າມເດັກນ້ອຍບໍ່ໃຫ້ຫລິ້ນກະໂພກ ແລະ ດອກໄມ້ໄຟ ເຊິ່ງຢ້ານວ່າຈະເກີດອັນຕະລາຍ ແລະ ລົບກວນຄົນອ່ືນ.
ຈີນເປັນປະເທດສົ່ງອອກດອກໄຟໄໝ້ຫລາຍທີ່ສຸດໃນໂລກ ມີມູນຄ່າສູງເຖິ 681 ລ້ານໂດລາສະຫະລັດ ໃນ 11 ເດືອນຂອງປີຜ່ານມາ ແລະ ໂຮງງານຜະລິດດອກໄມ້ໄຟຂອງ ຊິວ ຊີເຫວຍ ຢູ່ເມືອງຫລິວຢາງ ເປັນເຈົ້າຂອງກະໂພກ ແລະ ດອກໄມ້ໄຟທີ່ສົ່ງອອກເຖິງ 90%, ເຖິງວ່າຫລາຍຄົນຈະຄິດວ່າຄຳສັ່ງຫ້າມຈູດກະໂພກຈະເຮັດໃຫ້ປະເພນີການສະຫລອງຕຸດຈີນດ້ວຍການຈູດກະໂພກສູນຫາຍໄປ, ແຕ່ຊາວນະຄອນຫລວງປັກກິ່ງ ບອກວ່າ: ຖ້າແລກປ່ຽນກັບອາກາດທີ່ສົດຊື່ນກັບຄືນມາແລ້ວກໍຍອມ.

