ນ້ຳໃນຮ່າງກາຍບໍ່ປົກກະຕິສົ່ງຜົນໃຫ້ເກີດ 9 ອາການປ່ວຍ

– ກົດໄຫລຍ້ອນ : ເປັນນຳ້ຂຶ້ນທີ່ເຮັດໃຫ້ເກີດອາການມຶນ, ເຈັບຂຶ້ນກາງເອິກ ໃຜເປັນແລ້ວຈະຮູ້ສຶກວ່າບໍ່ແມ່ນອາການທຳມະດາ ມີເຕັກນິກສຳຄັນໃນການຄວບຄຸມຄື ນອນໝອນສູງ, ນອນໝອນຮອງບ່າໄຫລ່ ແລະ ບໍ່ໃຫ້ກິນອາຫານມັນຫລາຍ, ໃຫ້ກິນໝາກກ້ວຍ ແລະ ຜັກກະລໍ່າຫລາຍຂຶ້ນ.
– ຄວາມດັນເລືອດສູງ : ເລືອດທີ່ຂຶ້ນສູງຕາມຄວາມເສື່ອມຂອງຫລອດເລືອດກັບຄວາມເຄັ່ງຄຽດນັ້ນມີໂອກາດສູງຂຶ້ນຈົນສັ່ງໃຫ້ສະໝອງເປັນອຳມະພາດ ຫລື ຂາດເລືອດໄດ້. ໃຫ້ຫລຸດກິນອາຫານເຄັມ ແລະ ບໍ່ສູບຢາ, ຫລຸດຄວາມຕຸ້ຍ ເຊິ່ງສາມາດຕັດປັດໄຈເສື່ອມຂອງຫລອດເລືອດໄດ້ຫລາຍສຸດ.
– ຕາຟາງ : ເລື່ອງນີ້ພົວພັນມາຮອດດວງຕາ ເພາະໃນກ້ອນໜ່ວຍຕາມີວຸ້ນໃສຫົດຢືດຢູ່ ເຊິ່ງເມື່ອນຳ້ຂຶ້ນຍ້ອນໄຫລວຽນບໍ່ດີ ຈົນດັນອັດກັນຢູ່ທາງໃນ ຈະເຮັດໃຫ້ປວດໜ່ວຍຕາ, ເບິ່ງບໍ່ເຫັນ, ຕາຟາງ ຄວນຟ້າວກວດທັງຄວາມດັນ ແລະ ຈໍຕາໂດຍໄວ.
– ໄທຣອຍເປັນພິດ ຫລື ພະຍາດຄໍໜຽງ : ເກີດອາການຕ່ອມໄທຣອຍທຳຮ້າຍໂຕເອງໂດຍຫລັ່ງເຄມີກະຕຸ້ນຫົວໃຈໃຫ້ເຕັ້ນໄວເຜົາຜານຮ່າງກາຍຈົນໂຊມ ແລ້ວປ່ອຍອາການທັງໝົດໃຫ້ຄ້າງຢູ່ຈົນຮ່າງກາຍໝຸດໝັດ ເມື່ອໄທຣອຍເປັນພິດຕ້ອງແກ້ໄຂໂດຍການດັບເຄມີນັ້ນ ໂດຍການປິ່ນປົວຢູ່ໂຮງໝໍ ແລະ ໃຫ້ລະວັງອາຫານຫວານ ແລະ ຄວາມເຄັ່ງຄຽດຕື່ມອີກ.
– ເລືອດຈາງ : ເປັນອາການທີ່ເກີດຈາກນຳ້ໃນຮ່າງກາຍລົງເຊິ່ງເຖິງວ່າເລືອດໃນຮ່າງກາຍຈະສີດຽວກັນ, ແຕ່ບາງຄົນກໍມີໜ້ອຍກ່ວາປົກກະຕິ, ຍາມນຳ້ (ເລືອດ) ຈາງລົງແບບນີ້ເຮັດໃຫ້ເມື່ອຍງ່າຍ ເຈັບຫົວ ແລະ ຮູ້ສຶກບໍ່ສະບາຍໂຕ ຫາທາດໂຟລິກມາບຳລຸງເລືອດ ວິຕາມິນເບ 12 ຈາກອາຫານ ດັ່ງຜັກທີ່ມີສີຂຽວເຂັ້ມກໍຊ່ວຍໄດ້.
– ໄທຣອຍຕໍ່າ ນຳ້ລົງໃນກໍລະນີກົງກັນຂ້າມກັບໄທຣອຍເປັນພິດ ເພາະຈະເຮັດໃຫ້ເຜົາຜານໜ້ອຍ, ຊຶມລົງ, ເມື່ອຍງ່າຍ, ງ່ວງນອນໝົດມື້. ອາການນີ້ຕ້ອງຕື່ມໄທຣອຍ ເຂົ້າໄປໃຫ້ນຳ້ຂຶ້ນ, ແຕ່ຕ້ອງຄ່ອຍປັບ ເຊິ່ງທ່ານສາມາດແກ້ໄຂໄດ້ ໂດຍກິນໄອໂອດີນທຳມະຊາດ ດັ່ງເກືອໄອໂອດີນ, ສາຫລ່າຍທະເລ ອາທິດລະ 2 ຂີດເປັນຢ່າງໜ້ອຍ.
– ຊຶມເສົ້າ ເຫງົາຈິດໃຈ ຍ້ອນສານເຄມີໃນສະໝອງ ຊີໂຣໂທນິນເກີດອາການບົກພ່ອງ ເຮັດໃຫ້ນຳ້ລົງ ແລ້ວຈິດກໍຕົກລົງໄປນຳ ເຮັດໃຫ້ເຫັນໂລກອ້ອມໂຕບໍ່ສົດໃສ.
– ເຂົ້າສູ່ໄວໝົດປະຈຳເດືອນ ຮໍໂມນຕົກຕໍ່າເຮັດໃຫ້ຊຶມເສົ້າໄດ້ຄືກັນ ບາງທ່ານກໍຮ້ອງໄຫ້ຍ້ອນເກີດອາການຊຶມເສົ້າຂະໜາດຮຸນແຮງ ລວມໄປເຖິງອາການອອກຮ້ອນຕົນໂຕ, ໝຸດໝັດງ່າຍ ກາຍເປັນຄົນມັກໃຈຮ້າຍ, ເຈົ້າອາລົມ ເລື່ອງນີ້ຫລີກເວັ້ນໄດ້ໂດຍການອອກກຳລັງກາຍເອີ້ນຮໍໂມນທີ່ກຳລັງນຳ້ລົງໃຫ້ຄົງລະດັບດີໄວ້.
– ກະດູກຜ່ອຍ ເກີດຈາກທາດການຊຽມໃນກະດູກຫລຸດລົງຈາກເກົ່າ, ຕື່ມເທົ່າໃດກໍອາດຮົ່ວ ຖ້າບໍ່ແກ້ໄຂຢູ່ຕົ້ນເຫດ ເຊັ່ນ : ການອອກກຳລັງກາຍ, ກິນອາຫານທີ່ມີແຮ່ທາດການຊຽມໃຫ້ຫລາຍຂຶ້ນ ເພື່ອຮັກສາມວນກະດູກໃຫ້ແຂງແຮງ.

