ນາຍົກລັດຖະມົນຕີອິນເດຍ ຢ້ຽມຢາມປາແລັສຕິນ

ທ່ານ ນາເຣນທຣາ ໂມດີ ກາຍເປັນນາຍົກລັດຖະມົນຕີຄົນທຳອິດຂອງອິນເດຍ ທີ່ເດີນທາງຢ້ຽມຢາມເຂດຍຶດຄອງເວສແບງ ໃນວັນທີ 10 ກຸມພານີ້ ເພື່ອພົບປະຫາລືກັບປະທານາທິບໍດີ ມາມຸດ ອັບບັດ ຂອງປາແລັສຕິນ ເຊິ່ງເປັນສ່ວນໜຶ່ງຂອງການເດີນທາງຢ້ຽມຢາມພາກພື້ນຕາເວັນອອກກາງ.
https://www.youtube.com/watch?v=FJo3QQ1u328
ສຳນັກຂ່າວ AFP ລາຍງານຈາກເມືອງຣາມັລລາ ເຂດເວສແບງ ຂອງປາແລັສຕິນ ໃນວັນທີ 10 ກຸມພາວ່າ: ການຢ້ຽມຢາມເວສແບງ ເຊິ່ງມີຂຶ້ນຫລາຍອາທິດ ພາຍຫລັງທ່ານ ໂມດີ ໃຫ້ການຕ້ອນຮັບນາຍົກລັດຖະມົນຕີ ເບນຈາມິນ ເນຕັນຢາຮູ ຂອງອິດສະລາແອນ ຖືກເບິ່ງວ່າເປັນຄວາມພະຍາຍາມຂອງອິນເດຍ ທີ່ຈະສ້າງສົມດູນໃນການຮັດແໜ້ນການພົວພັນກັບລັດຊາວຢິວ.
ນິວເດນລີສະແດງຈຸດຢືນມາຕະຫລອດ ໃນການສະໜັບສະໜູນການສ້າງຕັ້ງປະເທດຂອງຊາວປາແລັສຕິນ ໂດຍເຫັນພ້ອມກັບຫລັກການລັດເອກະລາດປາແລັສຕິນຕັ້ງຢູ່ຄຽງຂ້າງຢ່າງສັນຕິກັບປະເທດອິດສະລາແອນ.
ທ່ານ ໂມດີ ກາຍເປັນຜູ້ນຳອິນເດຍຄົນທຳອິດໃນປະຫວັດສາດ ທີ່ເດີນທາງຢ້ຽມຢາມອິດສະລາແອນ ໃນເດືອນກໍລະກົດປີຜ່ານມາ ແລະ ທັງສອງ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືທາງດ້ານຄວາມໝັ້ນຄົງໄຊເບີ ແລະ ພະລັງງານ.
ອິນເດຍປະຕິເສດທີ່ຈະສະໜັບສະໜູນການເຄື່ອນໄຫວຂອງອາເມລິກາ ໃນການຮັບຮອງນະຄອນເຢລູຊາເລັມເປັນເມືອງຫລວງຢ່າງເປັນທາງການຂອງອິດສະລາແອນ ເຖິງວ່າຈະສ້າງຄວາມຜິດຫວັງໃຫ້ແກ່ອິດສະລາແອນກໍຕາມ, ແຕ່ສອດຄ່ອງກັບການໃຫ້ການສະໜັບສະໜູນຕໍ່ຊາວປາແລັສຕິນ.

