ຕວກກີກຽມຈັດປະຊຸມ ສຸດຍອດໄຕພາຄີເລື່ອງຊີຣີ

ຕວກກີຖະແຫລງໃນວັນທີ 8 ກຸມພານີ້ວ່າ: ກຽມຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດໄຕພາຄີເລື່ອງຊີຣີກັບປະທານາທິບໍດີຣັດເຊຍ ແລະ ອີຣານ ຢູ່ນະຄອນອິສຕັນບູລ ເພື່ອຮື້ຟື້ນຄວາມພະຍາຍາມໃນການນຳສັນຕິພາບກັບຄືນມາສູ່ປະເທດດັ່ງກ່າວ.
ແຫລ່ງຂ່າວປະທານາທິບໍດີຕວກກີ ເປີດເຜີຍວ່າ: ປະທານາທິບໍດີ ເຣເຈພ ທາຍຍິພ ແອຣໂດອານ ຂອງຕວກກີ, ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ແລະ ປະທານາທິບໍດີ ຮັສຊັນ ໂຣຮານີ ຂອງອີຣານ ເຫັນພ້ອມຈະຈັດກອງປະຊຸມສຸດຍອດຢູ່ນະຄອນອິສຕັນບູລ ໃນລະຫວ່າງການຫາລືທາງໂທລະສັບ ວັນທີ 8 ກຸມພາ ໂດຍກ່ອນໜ້ານີ້ ຜູ້ນຳຣັດເຊຍເຄີຍເປັນເຈົ້າພາບຈັດກອງປະຊຸມສຸດຍອດແບບດຽວກັນນີ້ມາແລ້ວ ຢູ່ເມືອງໂຊຊິ ໃນເດືອນພະຈິກປີຜ່ານມາ. ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຂອງທາງການຕວກກີກ່າວວ່າ: ຍັງບໍ່ໄດ້ມີການກຳນົດວັນທີໃນກອງປະຊຸມ. ສ່ວນທຳນຽບເກຣມລິນຂອງຣັດເຊຍ ຖະແຫລງວ່າ: ທ່ານ ປູຕິນ ແລະ ທ່ານ ແອຣໂດອານ ຢືນຢັນຄຳໝັ້ນຈະຫາທາງຢຸດຕິຄວາມຂັດແຍ່ງໃນຊີຣີ ແລະ ໄດ້ມີການຫາລືເຖິງກອງປະຊຸມສຸດຍອດ, ແຕ່ຍັງບໍ່ໄດ້ກຳນົດວັນທີແຕ່ຢ່າງໃດ.

