ທ່ຽວຖ້ຳນ້ຳແອງທີ່ ແຂວງຫລວງນ້ຳທາ

ຖ້ຳນ້ຳແອງ ຫລື ມີຊື້ເອີ້ນ ອີກວ່າ: ຖ້ຳເກົາເລົາ, ເຊິ່ງຕັ້ງ ຢູ່ເຂດບ້ານນ້ຳແອງ ເທິງເສັ້ນ ທາງອານຸພາກພື້ນ R3A ແລະ ຫ່າງຈາກເທດສະບານ ເມືອງວຽງພູຄາໄປປະມານ 12 ກິໂລແມັດ. ອັນເປັນມໍລະ ດົກທາງທຳມະຊາດ ແລະ ມີ ຄຸນຄ່າທາງດ້ານວັດທະນະ ທຳທີ່ຂຶ້ນຊື່ລືຊາຂອງແຂວງ ຫລວງນ້ຳທາທີ່ມີມານັບ ຫລາຍລ້ານປີແລ້ວ.

+ ທ່ຽວຊົມນ້ຳຕົກຕາດ “ຜາອຸດົມ“ ແຂວງບໍ່ແກ້ວ
+ ທ່ຽວບຸນວັດພູມໍລະດົກໂລກທີ່ແຂວງຈຳປາສັກ
ຢູ່ໃນບໍລິ ເວນ ຖ້ຳດັ່ງກ່າວມີອຸໂມງຍາວ 2 ສາຍ, ສາຍທີ່ໜຶ່ງເອີ້ນວ່າ ຖ້ຳນ້ຳລອດ ຫລື ຖ້ຳນ້ຳແອງ, ສ່ວນສາຍທີ່ສອງແມ່ນຖ້ຳ ເກົາເລົາ ຍາວຢຽດໄປຕາມ ສັນພູທີ່ມີປ່າໄມ້ດົກໜາຂຽວ ງາມ ແລະ ອຸດົມສົມບູນ ໄປ ດ້ວຍຊີວະນາໆພັນ. ທັງສອງ ຖ້ຳນີເປັນຫີນປູນມີຄວາມ ເລິກ ເຂົ້າໄປໃນປະມານ 3 ກິໂລ ແມັດກວ່າ, ຢູ່ດ້ານໃນຂອງຖ້ຳ ແມ່ນມີຫີນໂຟດຊິວ (Fossil) ທີ່ໄດ້ສ້າງສີລະປະແຫ່ງຄວາມງາມຕາມທຳມະຊາດຢູ່ຕາມຝາພະໜັງຂອງຖ້ຳ ເຊິ່ງປະກອບມີຫີນງອກ ຫລື ນົມຜາ ຫີນ ທີ່ມີລວດລາຍງົດງາມ ສະດຸດຕາ ແລະ ໜ້າປະທັບໃຈ ຫລາຍ.
ດັ່ງນັ້ນປັດຈຸບັນຖ້ຳແຫ່ງ ນີ້ຈິ່ງໄດ້ຮັບການຄຸ້ມຄອງໂດຍປະຊາຊົນທ້ອງຖິ່ນບ້ານນ້ຳ ແອງ ເປັນຜູ້ໃຫ້ບໍລິການ ແລະ ອຳນວຍຄວາມສະດວກແກ່ ນັກທ່ອງທ່ຽວ ໂດຍສະເພາະ ແມ່ນການນຳທ່ຽວເພື່ອເຂົ້າ ຊົມຖ້ຳ ແລະ ເປັນຈຸດດຶງດູດ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ຊົມຂອງເມືອງວຽງພູຄາທີ່ ອາດຈະບໍ່ຫລົງລືມໄດ້./.


