ສປປ ລາວ-ສປຊ ທົບທວນຄືນຂອບການຮ່ວມມືສອງຝ່າຍ

ໃນວັນທີ 2 ກຸມພານີ້ ທີ່ຫໍປະຊຸມແຫ່ງຊາດ ໃນນະຄອນຫລວງວຽງຈັນ, ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ຮ່ວມກັບຫ້ອງການປະສານງານອົງການສະຫະປະຊາຊາດປະຈຳລາວ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອບການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ (Lao PDR-UNPF 2017-2021) ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານນາງ ກາຣີນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ແລະ ບັນດາຄູ່ຮ່ວມພັດທະນາ ທີ່ມີຫ້ອງການປະຈຳຢູ່ ສປປ ລາວ ເຂົ້າຮ່ວມ 100 ກວ່າທ່ານ ເພື່ອທົບທວນຄືນການຈັດຕັ້ງປະຕິບັດແຜນງານປະຈຳປີຄັ້ງທຳອິດຂອງຂອບການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການສະຫະປະຊາຊາດ ໂດຍໄດ້ທົບທວນຄືນຜົນສຳເລັດ, ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້ຂອງການຮ່ວມມືດັ່ງກ່າວໃນໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມື ໃນປີ 2018 ເຊິ່ງຖືໄດ້ວ່າເປັນປີທີ່ມີຄວາມໝາຍຄວາມສຳຄັນສຳລັບ ສປປ ລາວ ໃນການກຽມພ້ອມເພື່ອຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາໃນປີ 2020, ທົບທວນກາງສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 8 ແລະ ການເຮັດບົດລາຍງານແຫ່ງຊາດແບບສະໝັກໃຈກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງຄັ້ງທຳອິດຂອງ ສປປ ລາວ ເພື່ອຈະນຳໄປສະເໜີຢູ່ສຳນັກງານໃຫ່ຍ ສປຊ ທີ່ນິວຢອກ ໃນເດືອນກໍລະກົດ 2018 ນີ້.
ໃນກອງປະຊຸມ ຍັງໄດ້ມີການນຳສະເໜີບົດ ໂດຍຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງກ່ຽວກັບໝາກຜົນທີ່ໄດ້ຮັບຂອງການຮ່ວມມືໃນໄລຍະຜ່ານມາ ເຊິ່ງແບ່ງອອກເປັນ 8 ຂົງເຂດເຂດດັ່ງນີ້: ໝາກຜົນທີ 1 ແລະ 2: ການດຳລົງຊີວິດທີ່ດີ ແລະ ປົກປ້ອງທາງສັງຄົມ; ໝາກຜົນທີ 3: ການປ່ຽນແປງດິນຟ້າອາກາດ, ການຮັບມືກັບໄພພິບັດ ແລະ ສິ່ງແວດລ້ອມ; ໝາກຜົນທີ 4: ການສຶກສາຂັ້ນພື້ນຖານ; ໝາກຜົນທີ 5: ສຸຂະພາບ, ນ້ຳ ແລະ ສຸຂະອະນາໄມ; ໝາກຜົນທີ 6: ອາຫານ ແລະ ໂພຊະນາການ; ໝາກຜົນທີ 7 ແລະ 8: ການສ້າງສະຖາບັນ ແລະ ການເຂົ້າເຖິງລະບົບຍຸຕິທຳ.
ໃນຕອນທ້າຍກອງປະຊຸມ, ທ່ານປະທານຮ່ວມໄດ້ຕີລາຄາສູງກ່ຽວກັບການຮ່ວມມື ແລະ ການສະ ໜັບສະໜູນຂອງອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ ເຊິ່ງໄດ້ປະກອບສ່ວນອັນສຳ ຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ພ້ອມກັນນັ້ນ ກໍໄດ້ຮຽກຮ້ອງໃຫ້ທຸກພາກ ສ່ວນໄດ້ເອົາໃຈໃສ່ສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອນຳພາປະເທດຊາດ ສາມາດຫລຸດພົ້ນອອກຈາກສະຖາ ນະພາບດ້ອຍພັດທະນາໃນປີ 2020 ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ຕາມຄຳຂັວນທີ່ວ່າ: “ບໍ່ປະຖິ້ມໃຜໄວ້ທາງຫລັງ”.

