ກຳມະການຫົວຮ້ອນຈົກໃບແດງໂລເລ ຖືກຫ້າມລົງຕັດສິນ 6 ເດືອນ

​ໂທ​ນີ ຊາ​ປຣ໊ອງ ກຳມະການ ຖືກ​ຫ້າມ​ລົງ​ຕັດສິນ​ເປັນ​ເວລາ 6 ​ເດືອນ ຫລັງ​ໄປ​ເຕະ​ກອງ​ຫລັງ​ຂອງ​ ນ໋ອງ ​ໃນ​ນັດ​ທີ່​ເສຍ​ໃຫ້ ປາຣີ ​​​ໃນ​ເດືອນ​ມັງກອນ​ຜ່ານ​ມາ ຈາກ​ກໍລະນີ​ທີ່​ລຸກຂຶ້ນມາ​ເຕະ​ຄືນ ພ້ອມ​ທັງ​ຈົກ​ໃບ​​ເຫລືອງ​ທີ 2 ​ໄລ່​ນັກ​ເຕະ​ຄົນ​ດັ່ງກ່າວ​ອອກ​ຈາກ​ສະໜາມ ​ແບບ​ຜູ້​ຊົມ​ງົງ​ທັງ​ສະໜາມ.

​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ນັດ​ທີ່ ນ໋ອງ ​ເປີດ​ບ້ານ​ເສຍ​ໃຫ້ ປາຣີ ​ແຊງ​ແຊກ​ແມງ 0-1 ​ໃນ​ວັນ​ທີ 14 ມັງກອນ​ຜ່ານ​ມາ ​ໃນ​ໄລຍະ​ທ້າຍ​ເກ​ມ ຄາ​ລອສ ພະຍາຍາມ​ແລ່ນ​ລົງ​ໄປ​ຊ່ວຍ​ທີ​ມ ຈາກ​ການ​ສວນ​ກັບ​ຂອງ​ຄູ່​ແຂ່ງ ​ແຕ່​ກັບ​ໄປ​ຕຳ​ກັບ​ກຳມະການ​ຈົນ​ລົ້ມລົງ, ​ແຕ່​ຜູ້​ຕັດສິນ​ເກີດ​ອາລົມ​ໃຈ​ຮ້າຍ ກ່ອນ​ເຕະ​ສວນ​ໃສ່​ຂາ​ຂອງ​ນັກ​ເຕະ​ຄົນ​ດັ່ງກ່າວ ກ່ອນ​ຈະ​ລຸກຂຶ້ນມາ​ຈົກ​ໃບ​​ເຫລືອງ​ທີ 2 ​ໄລ່​ອອກ​ຈາກ​ສະໜາມ.

ຫລັງ​ຈົບ​ການ​ແຂ່ງຂັນ ວາ​ເລນ​ຕິນ ຣອຍ​ເກ​ຍ ກອງ​ໜ້າ​ຂອງ ນ໋ອງ ອອກ​ມາ​ໃຫ້​ສຳພາດ​ວ່າ: ​ເພື່ອນ​ຮ່ວມ​ທີ​ມຂອງ​ລາວ​ບໍ່​ໄດ້​ມີ​ເຈດ​ຕະນາ​ທຳຮ້າຍ​ກຳມະການ​ຢ່າງ​​ແນ່ນອນ. ນອກ​ນັ້ນ ກຳມະການ​ຄົນ​ດັ່ງກ່າວ​ຍັງ​ຖືກ​ຕໍ່​ວ່າ​ຢ່າງ​ໜັກ ຈົນ​ຫລ້າ​ສຸດ​ລີກ​ບານ​ເຕະ​ອາຊີບ​ຂອງຝຣັ່ງ (​ແອ​ລ​ແອ​ຟ​ເປ) ຕັດສິນ​ລົງ​ໂທດ​ຫ້າມ​ກຳມະການ​ລົງ​ຕັດສິນ 6 ​ເດືອນ.