ຍີ່ປຸ່ນ ປະຕິເສດກັບຄືນສູ່ການເຈລະຈາ ກັບ ອາເມລິກາກ່ຽວກັບ TPP

ນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊະ ອາເບະ ໄດ້ປະຕິເສດເລື່ອງເປີດການເຈລະຈາກັບອາເມລິກາ ກ່ຽວກັບສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຄືນໃໝ່.
ເມື່ອມີຂ່າວວ່າ: ປະເທດນີ້ອາດຈະກັບຄືນສູ່ການເຈລະຈາກ່ຽວກັບສັນຍາດັ່ງກ່າວ, ທ່ານ ອາເບະ ເນັ້ນໜັກວ່າ: ຍີ່ປຸ່ນຊົມເຊີຍເລື່ອງອາເມລິກາເວົ້າເຖິງການກັບຄືນສູ່ການເຈລະຈາກ່ຽວກັບ TPP, ແຕ່ TPP ໄດ້ຕົກລົງກັນວ່າ: ການເຈລະຈາມີພຽງແຕ່ 11 ປະເທດເທົ່ານັ້ນ ແລະ ບໍ່ມີການເຂົ້າຮ່ວມຂອງອາເມລິກາ, ເລື່ອງປ່ຽນແປງຂໍ້ຕົກລົງແມ່ນສິ່ງທີ່ບໍ່ອາດເປັນໄປໄດ້.
ກ່ອນໜ້ານັ້ນ, ໃນເວທີປາໄສເສດຖະກິດໂລກ ເຊິ່ງຈັດຂຶ້ນຢູ່ອາວອສ ປະເທດສະວິດ, ປະທານາທິບໍດີອາເມລິກາ ໂດນັນ ທຣຳ ໄດ້ເວົ້າເຖິງເລື່ອງຈະພິຈາລະນາການເຈລະຈາຫລາຍຝ່າຍກັບບັນດາປະເທດເຂົ້າຮ່ວມ TPP.
