ນັກບູຮານຄະດີຄົ້ນພົບໄດໂນເສົາຕະກູນ Titanosaur ສາຍພັນໃຫມ່ ຊ່ວຍໄຂປິດສະໜາທະວີບອາຟຣິກາ

ບໍ່ມີການຄົ້ນພົບຊາກໄດໂນເສົາທີ່ໃດ ທີ່ຈະໜ້າຕື່ນເຕັ້ນໄປກວ່າທະວີບອາຟຣິກາ ເນື່ອງຈາກຂໍ້ມູນທາງວິທະຍາສາດ ຊຶ່ງມີຢູ່ໜ້ອຍຫຼາຍກ່ຽວກັບສິ່ງທີ່ມີຊີວິດທີ່ອາໄສຢູ່ບໍລິເວນນີ້ໃນຊ່ວງທ້າຍຂອງຍຸກຄຣີເທເຊຍສ ຄີເທເຊຍ ການຄົ້ນພົບໃນຄັ້ງນີ້ ຈຶ່ງຖືເປັນເລື່ອງຍິ່ງໃຫຍ່ຫຼາຍພໍໆກັບຂະໜາດຕົວຂອງໄດໂນເສົາສາຍພັນໃຫມ່ທີ່ຖືກຄົ້ນພົບນີ້.
ການຄົ້ນພົບສາກດຶກດໍາບັນຂອງໄດໂນເສົາຊະນິດໃໝ່ນີ້ ເກີດຂຶ້ນທີ່ທະເລຊາຍຊາຮາຣາ ປະເທດເອຢິບ ນັກບູຮານຄະດີໄດ້ຕັ້ງຊື່ສິ່ງທີ່ມີຊີວິດຊະນິດນີ້ວ່າ “Mansourasaurus” ຊຶ່ງມາຈາກຊື່ໂຄງການຂຸດຄົ້ນ Mansoura University Vertebrate Paleontology ແລະ ຖືກຈັດໃຫ້ຢູ່ໃນປະເພດດຽວກັບ Titanosaur ຊຶ່ງໝາຍຄວາມວ່າມັນຄື ຊໍໂຣພອດ ທີ່ມີລໍາຄໍຍາວ, ຍ່າງສີ່ຂາ, ມີຫາງຍາວ ແລະ ກິນພືດເປັນຫຼັກ ເຖິງວ່າມັນຈະບໍ່ແມ່ນສາຍພັນທີ່ໃຫຍ່ທີ່ສຸດໃນຕະກູນ Titanosaur ແຕ່ກໍມີຂະຫນາດຄວາມຍາວເທົ່າລົດເມ ແລະ ມີນໍ້າໜັກທຽບໄດ້ກັບຊ້າງອາຟຣິກາຂະໜາດໃຫຍ່.
ສິ່ງທີ່ໜ້າຕື່ນເຕັ້ນທີ່ສຸດນັ້ນບໍ່ໄດ້ຢູ່ສາຍພັນຂອງໄດໂນເສົາ ແຕ່ເປັນຊຸດຂໍ້ມູນໃຫມ່ທີ່ເຮັດໃຫ້ນັກວິໄຈສາມາດນໍາໄປຕີຄວາມຕໍ່ໄດ້ ເຖິງຄວາມເຊື່ອມໂຍງລະຫວ່າງທະວີບອາຟຣິກາກັບທະວີບເອີຣົບໃນຍຸກນັ້ນ ເນື່ອງຈາກຄວາມຄ້າຍຄືກັນກັບໄດໂນເສົາຊໍໂຣພອດອື່ນໆ ທີ່ມີຊີວິດຢູ່ໃນຊ່ວງເວລາດຽວກັນ ລວມທັງຄຸນສົມບັດຂອງກະດູກທີ່ກົງກັບສິ່ງມີຊີວິດທີ່ພົບໃນເອີຣົບ ໃນຂະນະດຽວກັນກໍເຮັດໃຫ້ເຫັນວ່າຄວາມເຊື່ອມໂຍງກັນລະຫວ່າງອາຟຣິກາ ແລະ ອາເມລິກາໃຕ້ນັ້ນເບິ່ງຈະເປັນໄປໄດ້ຍາກຂຶ້ນ.

