ສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງທ່ຽວໄດ້ຮັບອຸປະກອນຝຶກອົບຮົມນຳທ່ຽວເຄື່ອນທີ່ຈາກສາກົນ

ພິທີມອບ-ຮັບພາຫະນະ ແລະ ອຸປະກອນຝຶກອົບຮົມວຽກງານທ່ອງທ່ຽວມູນຄ່າກວ່າ 80 ພັນໂດລາສະຫະລັດໃຫ້ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີຂຶ້ນໃນວັນທີ 30 ມັງກອນນີ້ລະຫວ່າງທ່ານ ສົມລິດ ວິຣິວົງ ຮອງຫົວໜ້າກົມອາຊີວະສຶກສາ ແລະ ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ໂດຍການເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງດັ່ງກ່າວ, ທ່ານນາງ ຄລອດ ເຈັນເຈນ ອຸປະທູດລຸກຊຳບວກປະຈຳລາວ ແລະ ທ່ານນາງ ບາບາຣາ ຈາກກີ ຮາດເລີ ຮອງຫົວໜ້າການຮ່ວມມືອົງການສະວິດເຊີແລນເພື່ອການພັດທະນາ.
ທ່ານຫົວໜ້າສະຖາບັນສື່ມວນຊົນ ໃຫ້ຮູ້ວ່າ: ອຸປະກອນຝຶກອົບຮົມດັ່ງກ່າວປະກອບມີ: ລົດຝຶກອົບຮົມເຄື່ອນທີ່, ຄອມພິວເຕີ ແລະ ອຸປະກອນອື່ນໆ ເພື່ອສະໜັບສະໜູນການພັດທະນາທັກສະດ້ານການທ່ອງທ່ຽວໃນທົ່ວປະເທດ ແລະ ເພື່ອເປັນການປະກອບສ່ວນໂຄສະນາປີທ່ອງທ່ຽວລາວ, ຊຶ່ງໄດ້ຮັບການສະໜັບສະໜູນຈາກອົງການສາກົນປະເທດລຸກຊຳບວກ ແລະ ສະວິດເຊີແລນເພື່ອການພັດທະນາ.
ທ່ານນາງ ດາລານີ ຮອງຫົວໜ້າສະຖາບັນສື່ມວນຊົນ ໃຫ້ຮູ້ວ່າ: ອຸປະກອນດັ່ງກ່າວນີ້ມັນມີຄວາມສຳຄັນຫລາຍຕໍ່ວຽກງານຝຶກອົບຮົມພັດທະນາການທ່ອງທ່ຽວ, ພ້ອມຊ່ວຍເຫລືອຜູ້ດ້ອຍໂອກາດໃຫ້ໄດ້ຮັບການພັດທະນາທັກສະທີ່ຈຳເປັນສຳລັບວຽກງານໂຮງແຮມ, ຮ້ານອາຫານ ແລະ ທຸລະກິດທ່ອງທ່ຽວຜ່ານການຝຶກອົບຮົມພາກປະຕິບັດຕົວຈິງ.
ທ່ານຮອງຫົວໜ້າສະຖາບັນສື່ມວນຊົນ ໃຫ້ຮູ້ວ່າ: ຜ່ານມາການສ້າງບຸກຄະລາກອນນຳທ່ຽວ ແລະ ພະນັກງານບໍລິການຕ່າງໆ ເຫັນວ່າຍັງທັນບໍ່ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ, ສະນັ້ນສະຖາບັນສື່ມວນຊົນ ຈຶ່ງໄດ້ເລັ່ງສ້າງຫລັກສູດຜູ້ນຳທ່ຽວ ແລະ ການບໍລິການທ່ອງທ່ຽວລະດັບຊາດ ໃຫ້ໄດ້ມາດຖານ ແລະ ມີຄຸນນະພາບ, ຊຶ່ງໃນໂອກາດປີທ່ອງທ່ຽວລາວ 2018 ນີ້, ສະຖາບັນສື່ມວນຊົນຈະເລັ່ງຝຶກອົບຮົມພະນັກງານນຳທ່ຽວແຂວງຕ່າງໆໃຫ້ມີຄຸນນະພາບດີຂຶ້ນ.

