ພຽງເດືອນດຽວທົ່ວປະເທດມີຜູ້ເສຍຊີວິດຈາກອຸປະຕິເຫດຫລາຍກວ່າ 100 ຄົນ

ກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ພຽງໄລຍະເດືອນມັງກອນນີ້, ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 595 ກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດກວ່າ 100 ຄົນ, ສະເລ່ຍມື້ໜຶ່ງຈະມີຜູ້ເສຍຊີວິດບໍ່ຫລຸດ 3 ຄົນ ແລະ ມີມູນຄ່າເສຍຫາຍຫລາຍສິບຕື້ກີບ, ແຂວງທີ່ເກີດອຸປະຕິເຫດຫລາຍກວ່າຫມູ່ແມ່ນນະຄອນຫລວງວຽງຈັນເກີດຂຶ້ນ 113 ກໍລະນີມີຜູ້ເສຍຊີວິດ 20 ຄົນ, ສະຫວັນນະເຂດມີ 85 ກໍລະນີມີຜູ້ເສຍຊີວິດ 10 ຄົນ, ຈຳປາສັກ 80 ກໍລະນີມີຜູ້ເສຍຊີວິດ 11 ຄົນ ແລະ ແຂວງວຽງຈັນ 52 ກໍລະນີມີຜູ້ເສຍຊີວິດ 8 ຄົນ, ສາເຫດສ່ວນໃຫຍ່ທີ່ພາໃຫ້ເກີດອຸປະຕິເຫດແມ່ນດື່ມສິ່ງມຶນເມົາແລ້ວຂັບລົດໄວຄື: ໃນວັນທີ 26 ມັງກອນນີ້, ໄດ້ເກີດອຸປະຕິເຫດລົດບັນທຸກໄມ້ປີ້ນຢູ່ເຂດບ້ານສະບ໋ອງເມືອງຕະໂອ້ຍ ແຂວງສາລະວັນ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນຄື: ທ້າວ ເຟືອງ ອາຍຸ 40 ປີສັນຊາດຫວຽດນາມ, ອາຊີບຂັບລົດຢູ່ບ້ານວົງຮ່າເມືອງດົງຮ່າ (ຜູ້ຂັບລົດບັນທຸກ) ແລະ ທ້າວ ຮວາງ ອາຍຸ 40 ປີສັນຊາດຫວຽດນາມ ອາຊີບຄ້າຂາຍ (ຜູ້ນັ່ງມານຳ) ເສຍຊີວິດຄາທີ່, ສາເຫດທີ່ພາໃຫ້ເກີດອຸປະຕິເຫດແມ່ນຍ້ອນຜູ້ຂັບຂີ່ຫລັບໃນ ແລະ ໃນວັນທີ 29 ມັງກອນນີ້ໄດ້ເກີດອຸປະຕິເຫດລົດພ່ວງ 22 ລໍ້ ໝາຍເລກທະບຽນ ບກ 0637 ສະຫວັນນະເຂດ, ທີ່ບັນທຸກມັນຕົ້ນຈຳນວນຫລາຍ ໄດ້ເສຍຫລັກປິ້ນຢູ່ເສັ້ນທາງໂຄ້ງອັນຕະລາຍພູໝາກຈອງເມືອງຕະໂອ້ຍ ແຂວງສາລະວັນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນເປັນສັນຊາດຫວຽດນາມ, ຊຶ່ງສາເຫດການເກີດອຸປະຕິເຫດເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນ.

