ເມືອງວັງວຽງປະກາດຜາມອມ, ຜາໂພເປັນເຂດປ່າສະຫງວນ

ໃນວັນທີ 24 ມັງກອນນີ້, ຢູ່ທີ່ອ່າງຫລວງ ບ້ານນາມ່ວງ ເມືອງວັງວຽງແຂວງວຽງຈັນ ໄດ້ຈັດພິທີປະກາດ ແລະ ຮັບ ຮອງເອົາຜາມອມ, ຜາໂພ ເປັນ ເຂດປ່າສະຫງວນຂອງທ້ອງ ຖິ່ນໂດຍການເຂົ້າຮ່ວມຂອງ ທ່ານ ສຸວຽງທອງ ວົງຈຳປາ ຮອງ ເຈົ້າເມືອງວັງວຽງ ແລະ ມີ ນາຍບ້ານ 11 ບ້ານເຂດກຸ່ມ ນາ ລ້ອງກວາງ ເມືອງດັ່ງກ່າວ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ ເປັນຈຳນວນຫລາຍ.

+ ໄຊຍະບູລີສ້າງຄວາມເຂັ້ມແຂງໃນວຽກງານຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳປຸຍ

+ ວຽກງານປ້ອງກັນປ່າສະຫງວນເມືອງສັງທອງມີອັນພົ້ນເດັນ

ໃນພິທີ ທ່ານ ນາຍບ້ານ ນາມ່ວງ ໄດ້ມີຄຳເຫັນວ່າ: ບ້ານ ນາມ່ວງເປັນບ້ານໜຶ່ງທີ່ຂຶ້ນກັບ ກຸ່ມບ້ານນາລ້ອງກວາງມີເນື້ອ ທີ່ທັງໝົດ 600 ກວ່າເຮັກຕາ, ມີ 85 ຫລັງເຮືອນ, ມີພົນລະ ເມືອງທັງໝົດ 469 ຄົນ, ໃນ ໄລຍະຜ່ານມາອົງການຈັດ ຕັ້ງຂັ້ນບ້ານ, ຂັ້ນເມືອງໂດຍ ສະ ເພາະຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງກໍຄືຫ້ອງ ການຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເມືອງກໍໄດ້ເອົາໃຈໃສ່ປະ ສານງານກັນຢ່າງ ກົມກຽວ ເພື່ອກຳນົດຈຸດຄຸ້ມຄອງປ່າ ສະຫງວນ, ປ່າປ້ອງກັນ, ປ່າ ຊົມໃຊ້ໃນເຂດດັ່ງກ່າວເພື່ອ ການປົກປັກຮັກສາຊັບພະຍາ ກອນທຳມະຊາດ ໃຫ້ມີຄວາມ ອຸດົມສົມບູນ ແລະ ຍືນຍົງປະ ກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ- ສັງຄົມ ຂອງທ້ອງຖິ່ນໄດ້ເຕີບໃຫຍ່ ຂະຫຍາຍຕົວພ້ອມທັງສົ່ງ ເສີມການທ້ອງທ່ຽວ ເມືອງ ວັງວຽງໃຫ້ເຕັມດ້ວຍບັນຍາ ກາດທີ່ດີ.