ຫລວງພະບາງຫ້າມບໍ່ໃຫ້ຂາຍເຂົ້າໝົມ ທີ່ນຳເຂົ້າຈາກຕ່າງປະເທດໃຫ້ນັກທ່ອງທ່ຽວໃສ່ບາດ

ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ຕົ້ນອາທິດນີ້, ຫ້ອງ ການຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ເມືອງ ຫລວງພະບາງ ໄດ້ອອກແຈ້ງ ການ ເຖິງບັນດາຜູ້ປະກອບ ການຄ້າຂາຍຢູ່ 3 ຈຸດ ຂອງ ເມືອງຫລວງພະບາງ ໃຫ້ຢຸດ ເຊົາການນຳເອົາເຂົ້າໜົມ ສຳ ເລັດຮູບ ທີ່ນໍາເຂົ້າຈາກຕ່າງ ປະເທດທຸກຊະນິດມາຂາຍ ໃຫ້ ນັກທ່ອງທ່ຽວໃສ່ບາດນັບແຕ່ ວັນທີ 1 ກຸມພາ 2018 ເປັນ ຕົ້ນໄປ ພຽງອະນຸຍາດໃຫ້ນຳ ເອົາເຂົ້າໜົມພື້ນເມືອງລາວ ທີ່ຜະລິດ ແລະ ປຸງແຕ່ງຢູ່ພາຍ ໃນມາຂາຍໄດ້ ແຕ່ຕ້ອງຮັບ ປະກັນດ້ານຄຸນນະພາບ (ສະ ອາດ, ບໍ່ບູດ- ບໍ່ເນົ່າ).

+ ຫລວງພະບາງອະນຸຍາດໃຫ້ເອກະຊົນພັດທະນາລ້ອງຫ້ວຍຊີເປັນແຫລ່ງທ່ອງທ່ຽວລ່ອງເຮືອ
ພ້ອມກັນນີ້, ໃຫ້ຢຸດເຊົາ ການນຳເອົາເຂົ້າຫລາມມາບໍລິ ການຂາຍໃຫ້ນັກທ່ອງທ່ຽວ ໃສ່ບາດແດ່ພະສົງທີ່ ປະຕິບັດ ກິດຈະວັດບິນພະບາດຢ່າງ ເດັດຂາດ. ສ່ວນເຂົ້າໜຽວທີ່ ນຳມາຂາຍນັ້ນ, ຕ້ອງມີຄຸນ ນະພາບ, ເປັນເຂົ້າໜຶ້ງໃໝ່, ບໍ່ ໃຫ້ອຸ່ນເຂົ້າເຢັນມາຂາຍ, ໃຫ້ ຂາຍຕາມນ້ຳໜັກ ແລະ ລາ ຄາທີ່ກຳນົດໄວ້ຢ່າງຖືກຕ້ອງຄື ກິໂລລະ 10.000 ກີບ.
ຖ້າຫາກຜູ້ປະກອບການໃດບໍ່ປະຕິບັດຕາມແຈ້ງການ ດັ່ງກ່າວ, ຈະຖືກດຳເນີນ ວິໄນ ຢ່າງເດັດຂາດ ດ້ວຍການເຮັດ ບົດບັນທຶກ, ຖອນໃບອະນຸຍາດ ແລະ ໂຈະການຂາຍເຄື່ອງ ໃສ່ ບາດເປັນເວລາ 6 ເດືອນ ຫລື ໃຫ້ຢຸດຕິການຂາຍເຄື່ອງໃສ່ ບາດຢ່າງຖາວອນ.


