ກອງປະຊຸມຜູ້ບໍລິຫານໄອຊີທີ ອາຊຽນ ຄັ້ງທີ 6 ຢູ່ນະຄອນຫລວງວຽງຈັນ.

ກອງປະຊຸມສົນທະນາຜູ້ບໍລິຫານ ໄອຊີທີ ອາຊຽນ ຄັ້ງທີ 6 ໄດ້ຈັດຂຶ້ນໃນວັນທີ 25 ມັງກອນນີ້ທີ່ນະຄອນຫລວງວຽງຈັນ, ໂດຍທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຜູ້ບໍລິຫານໄອຊີທີ ອາຊຽນ ແມ່ນກິດຈະກຳເຄື່ອນໄຫວພາຍໃຕ້ແຜນງານດ້ານເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວ
ສານຂອງອາຊຽນ, ເພື່ອສ້າງໂອກາດໃຫ້ບັນດາຜູ້ບໍລິຫານ ໄອຊີທີ ອາຊຽນ ໄດ້ມີການພົບປະແລກປ່ຽນບົດຮຽນ ແລະ ປະສົບການໃນການຄຸ້ມຄອງບໍລິຫານ ແລະ ພັດທະນາໄອຊີທີ, ຊຶ່ງກອງປະຊຸມຄັ້ງທີ 6 ນີ້ດຳເນີນໄປພາຍໃຕ້ຄຳຂວັນ “ຄວາມເປັນຜູ້ນຳດ້ານດິຈີຕອນ ເພື່ອກ້າວໄປສູ່ຄວາມເປັນອັດສະລິຍະຂອງອາຊຽນໃນປີ 2020” ແມ່ນປັດໄຈພື້ນຖານຂອງການຫັນເປັນສັງຄົມທັນສະໄໝແລະ ສີວິໄລ, ເຊິ່ງທຸກປະເທດ ແລະ ທຸກສັງຄົມໃນທົ່ວໂລກລ້ວນແຕ່ມຸ້ງມາດປາດຖະໜາຢາກພັດທະນາໄປເຖິງຈຸດໝາຍດັ່ງກ່າວ. ສໍາລັບ ສປປ ລາວ, ການພັດທະນາ ICT ກໍມີການຂະຫຍາຍຕົວຢ່າງແຂງແຮງເຫັນໄດ້ຈາກຈໍານວນຜູ້ບໍລິການ ແລະ ຜູ້ຊົມໃຊ້ບໍລິການເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນ: ອັດຕາຜູ້ຊົມໃຊ້ມືຖື, ຜູ້ໃຊ້ອິນເຕີເນັດເພີ່ມຂຶ້ນ 37%, ຈໍານວນຜູ້ປະກອບການເພີ່ມຂຶ້ນ 5.000 ກວ່າບໍລິສັດ. ການຂະຫຍາຍເຄືອຂ່າຍສັນຍານສູນກາງຄວບຄຸມພື້ນທີ່ໄດ້ 90% ຂອງຈໍານວນບ້ານທັງໝົດໃນຂອບເຂດທົ່ວປະເທດ ແລະ ມີເປົ້າໝາຍສ້າງ ສປປ ລາວ ບັນລຸສູ່ສັງຄົມດີຈີຕອນໃນປີ 2030.

