ເຈົ້າໜ້າທີ່ປ່າຮ່າງສາມາດຢຶດສັດປ່າຫວງຫ້າມປະເພດໂຕລິ່ນໄດ້ 23 ໂຕ

ໃນວັນທີ 16 ມັງກອນຜ່ານມານີ້, ເຈົ້າໜ້າທີ່ປະຈຳດ່ານປ່າຮ່າງ ເມືອງສົບເບົາ ແຂວງຫົວພັນ ໄດ້ປະສານສົມທົບກັນກວດກາລົດຕູ້ຍີ່ຫໍ້ JOYLONG ໝາຍເລກທະບຽນ ກນ 6147 ກໍາແພງນະຄອນ ໄດ້ພົບເຫັນສັດປ່າຫວງຫ້າມປະເພດໂຕລິ່ນ ຈຳນວນ 23 ໂຕ ນໍ້າໜັກ 100 ກວ່າກິໂລ ແລະ ໄມ້ດູ່ຈໍານວນ 7 ເສັ້ນ ເທົ່າກັບ 0,393 ແມັດກ້ອນ ແລະ ໄດ້ຢຶດຂອງກາງດັ່ງກ່າວນັ້ນໄວ້ເພື່ອສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.
ຕາມການລາຍງານຂອງທ່ານ ຄຳໃບ ລອດໂພໄຊ ຫົວໜ້າດ່ານພາສີປ່າຮ່າງ ໃຫ້ຮູ້ວ່າ: ສາມາດກັກຕົວຜູ້ຕ້ອງຫາຈຳນວນ 4 ຄົນຖືສັນຊາດຫວຽດນາມຄື: ທ້າວ ຫງຽນທໍ່ທັງ ຢູ່ຮ່າໂນ້ຍ ຜູ້ເປັນເຈົ້າຂອງລົດ, ທ້າວ ດິງວັນເຕິນ ຢູ່ແຂວງແທ່ງຮວາ ເປັນຄົນຂັບລົດ, ທ້າວ ເລເທ່ຕ່ຽນ ຢູ່ຮ່າໂນ້ຍ ແລະ ທ້າວ ຫງວຽນວັນທ່ຽງ ຢູ່ຮ່າໂນ້ຍ ສສ ຫວຽດນາມ.
ສຳລັບຂອງກາງເຈົ້າໜ້າທີ່ປະຈໍາດ່ານພາສີປ່າຮ່າງ ໄດ້ຢຶດໄວ້ ແລະ ໄດ້ກັກຕົວຜູ້ກະທຳຜິດ, ພ້ອມທັງໄດ້ເຮັດບົດບັນທຶກເພື່ອສືບສວນ-ສອບສວນ ແລະ ດຳເນີນຕາມລະບຽບການໃນຂັ້ນຕໍ່ໄປ.

