ສຳເລັດໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳໄຜ່ຢູ່ແຂວງໄຊສົມບູນ

ພິທີສະເຫຼີມສະຫຼອງຜົນ ສໍາເລັດໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າໄຜ່ ທີ່ແຂວງໄຊສົມ ບູນ ໄດ້ຈັດຂຶ້ນໃນວັນທີ 22 ມັງ ກອນນີ້, ໂດຍການ ເຂົ້າຮ່ວມ ຂອງທ່ານ ຄໍາມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງ ງານ ແລະ ບໍ່ແຮ່, ທ່ານ ຫວາງ ຢີ່ທົງ ປະທານ ບໍລິສັດ ນໍຣິນ ໂກ, ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳ ນວຍການໃຫຍ່ລັດວິສາຫະ ກິດໄຟຟ້າລາວ, ທ່ານ ທອງ ລອຍ ສີສຸວົງ ເຈົ້າແຂວງ ໄຊ ສົມບູນ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

+ ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ຕິດຕັ້ງເຄື່ອງຈັກກັງຫັນນ້ຳເຄື່ອງທຳອິດ
+ ເຂື່ອນໄຟຟ້ານ້ຳງຽບ 1 ສົ່ງເສີມການສຶກສາ ແລະ ສຸຂະພາບຂອງຊຸມຊົນ
ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ກ່າວ ວ່າ: ເຂື່ອນໄຟຟ້ານ້ຳໄຜ່ ແມ່ນ ໂຄງການ ທີ່ມີຄວາມສຳຄັນ ໃນການສະໜອງພະລັງງານ ຮັບໃຊ້ໃຫ້ແຂວງໄຊສົມບູນ ແລະ ຊຽງຂວາງ, ໂດຍສະ ເພາະຢູ່ບໍລິເວນ ເມືອງລ່ອງ ແຈ້ງ ໃຫ້ມີຄວາມຮັບປະກັນ ແລະ ມີ ປະສິດທິຜົນດີຂຶ້ນ ຕື່ມ. ພ້ອມນີ້ ກໍເປັນການສ້າງ ແຫຼ່ງລາຍຮັບ, ສ້າງວຽກ ເຮັດງານທໍາ ແລະ ຍົກລະດັບ ຊິວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ບໍລິເວນໂຄງການ ແລະ ທ້ອງຖິ່ນຂຶ້ນຕື່ມ.
ທ່ານ ຫວາງຢີ່ທົງ ກ່າວ ວ່າ: ຜົນສໍາເລັດຂອງໂຄງການ ນີ້ໄດ້ສະແດງວ່າ:ບໍລິສັດພວກ ເຮົາໄດ້ກ້າວຂຶ້ນດຳເນີນທຸລະ ກິດໃນລາວອີກລະດັບໃໝ່ໃນ ການຮ່ວມມືກັບລັດຖະບານ ລາວ ແລະ ພາກສ່ວນ ຕ່າງໆທີ່ ກ່ຽວຂ້ອງເພື່ອຊ່ວຍໃຫ້ເສດ ຖະກິດພາຍໃນທ້ອງຖິ່ນດີຂຶ້ນ ແລະ ຍັງສາມາດຕອບສະໜອງ ພະລັງງານທີ່ສະອາດອີກດ້ວຍ.
ໂອກາດນີ້, ທ່ານ ທອງ ລອຍ ສີສຸວົງ ກ່າວວ່າ: ໂຄງ ການເຂື່ອນໄຟຟ້ານໍ້າໄຜ່ນີ້ ຈະປະກອບສ່ວນສຳຄັນເຂົ້າ ໃນການພັດທະນາເສດຖະ ກິດ- ສັງຄົມຂອງບັນດາແຂວງ ພາກເໜືອໂດຍສະເພາະ ແຂວງ ໄຊສົມບູນໃຫ້ເຂັ້ມ ແຂງ, ເປັນທ່າແຮງໃນການ ຜະລິດ ແລະ ສະໜອງກະແສ ໄຟຟ້າໃຫ້ພຽງພໍກັບຄວາມ ຮຽກຮ້ອງຕ້ອງການຂອງ ປະຊາຊົນບັນດາເຜົ່າ ເຮັດ ໃຫ້ການດຳລົງຊີວິດຂອງ ປະຊາຊົນນັບມື້ດີຂຶ້ນ ເປັນ ກ້າວໆ.
ເຂື່ອນໄຟຟ້ານໍ້າໄຜ່ ມີກຳ ລັງຕິດຕັ້ງ 86 MW ເມກາວັດ ແລະ ສາມາດຜະລິດພະລັງ ງານໄຟຟ້າໄດ້ປະມານ 417 ລ້ານກິໂລວັດໂມງຕໍ່ປີ, ມີມູນ ຄ່າການກໍ່ສ້າງທັງຫມົດ 218 ລ້ານໂດລາສະຫະລັດ ແລະ ພະລັງງານໄຟຟ້າທັງໝົດຈະ ຂາຍໃຫ້ລັດວິສາຫະກິດໄຟ ຟ້າລາວ.

