ອະດີດຜູ້ບໍລິຫານ ປິໂຕຣຫວຽດນາມ ຖືກຈຳຄຸກຕະຫລອດຊີວິດ ຂໍ້ຫາສໍ້ລາດບັງຫລວງ

ສານປະຊາຊົນໃນນະຄອນຫລວງຮ່າໂນ້ຍພິພາກສາໃຫ້ອະດີດຜູ້ບໍລິຫານຂອງປີໂຕຣຫວຽດນາມ ເຊິ່ງເຄີຍພະຍາຍາມຂໍລີ້ໄພໃນເຢຍລະມັນ ຮັບໂທດຈຳຄຸກຕະຫລອດຊີວິດໃນຂໍ້ຫາຢັກຢອກເງິນ.
Runaway oil exec sentenced to life as PetroVietnam corruption trial wraps up –
#DinhLaThang #TrinhXuanThanh #Vietnam https://t.co/0noG2mptqL— VnExpress (@vietnamenglish) January 22, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 22 ມັງກອນວ່າ: ສານປະຊາຊົນນະຄອນຫລວງຮ່າໂນ້ຍມີຄຳພິພາກສາໃນວັນທີ 22 ມັງກອນ ໃຫ້ທ້າວ ຈິງ ສວນ ຖັນ ອາຍຸ 51 ປີ ອະດີດຜູ້ບໍລິຫານລະດັບສູງຂອງບໍລິສັດກໍ່ສ້າງປີໂຕຣຫວຽດນາມ (PVC) ເຊິ່ງເປັນບໍລິສັດໃນເຄືອຂອງປີໂຕຣຫວຽດນາມ ລັດວິສາຫະກິດດ້ານພະລັງງານແຫ່ງຊາດ ຮັບໂທດຈຳຄຸກເປັນເວລາ 13 ປີ ຈາກຄວາມຜິດໃນຂໍ້ຫາບໍລິຫານຈັດການຜິດພາດ ແລະ ຮັບໂທດຈຳຄຸກຕະຫລອດຊີວິດຈາກຄວາມຜິດໃນຂໍ້ຫາຢັກຢອກເງິນ.
ທັງນີ້ ການຢັກຢອກເງິນຈາກໜ່ວຍງານລັດຖືເປັນຄວາມຜິດອາຍາຮ້າຍແຮງຕາມກົດໝາຍຂອງຫວຽດນາມ ທີ່ມີບົດລົງໂທດສູງສຸດຄືປະຫານຊີວິດ, ແຕ່ໄອຍະການຍື່ນຄຳຮ້ອງຂໍໃຫ້ຜູ້ພິພາກສາພິຈາລະນາບົດລົງໂທດຈຳຄຸກຕະຫລອດຊີວິດແກ່ຈຳເລີຍແທນ.
ຂະນະທີ່ຈຳເລີຍຄົນສຳຄັນອີກຄົນໜຶ່ງ ຄືທ້າວ ດິງ ຫລ່າ ຖັງ ອາຍຸ 57 ປີ ອະດີດສະມາຊິກຄະນະກຳມະການກົມການເມືອງຂອງພັກກອມມູນິດຫວຽດນາມ ເຊິ່ງເຄີຍດຳລົງຕຳແໜ່ງປະທານ PVC ໄດ້ຮັບການພິພາກສາໃຫ້ຮັບໂທດຈຳຄຸກເປັນເວລາ 13 ປີ ຈາກຄວາມຜິດຖານໃຊ້ອຳນາດບໍ່ຖືກຕ້ອງ. ນອກຈາກນີ້ ການປະກາດຄຳຕັດສິນຂອງສານປະຊາຊົນນະຄອນຫລວງຮ່າໂນ້ຍຕໍ່ຄະດີສໍ້ລາດບັງຫລວງພາຍໃນປີໂຕຣຫວຽດນາມເທື່ອນີ້ ທີ່ມີການລະບຸໃນສຳນວນວ່າສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດຫວຽດນາມສູງເຖິງ 52 ລ້ານໂດລາສະຫະລັດ, ມີຈຳເລີຍລວມ 20 ຄົນ ເຊິ່ງຮັບໂທດຈຳຄຸກຫລຸດລື່ນກັນຕາມລະດັບຄວາມຜິດ ຄືລະຫວ່າງ 13 ເດືອນ ເຖິງ 22 ປີ ແລະ ຈຳເລີຍບາງຄົນໄດ້ຮັບການລໍລົງອາຍາ.

