ກະຊວງປ້ອງກັນປະເທດສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 69 ປີ

ພິທີສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 69 ປີ (20 ມັງກອນ 1949-20 ມັງກອນ 2018) ໄດ້ຈັດຂຶ້ນໃນວັນທີ 19 ມັງກອນນີ້ ໂດຍມີສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ສະຫາຍພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດາສະຫາຍຄະນະນຳ, ພະນັກງານຫລັກແຫລ່ງ, ນາຍ ແລະ ພົນທະຫານກະຊວງປ້ອງກັນປະເທດເຂົ້າຮ່ວມເປັນຈໍານວນຫລາຍ.
ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍ້ອງຍໍສັນລະເສີນມາຍັງບັນດາສະຫາຍພະນັກງານ ແລະ ນັກຮົບທົ່ວກຳລັງປະກອບອາວຸດ ທີ່ໄດ້ພ້ອມກັນຕັ້ງໜ້າເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນໃນຕະຫລອດໄລຍະຜ່ານມາ, ພ້ອມທັງຕີລາຄາສູງຕໍ່ຄວາມພະຍາຍາມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດໃຫ້ຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກອງທັບ, ໂດຍສະຫາຍເລຂາທິການໃຫຍ່ໄດ້ຍົກໃຫ້ເຫັນຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວແໜ້ນ, ທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ຮັບປະກັນຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກົມກອງປະກອບອາວຸດຂອງປະຊາຊົນ, ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ລະບອບປະຊາທິປະໄຕປະຊາຊົນມີຄວາມໝັ້ນຄົງໜັກແໜ້ນ. ໃນນັ້ນ, ກອງທັບສາມາດຮັກສາບົດບາດເປັນແກນສານ ແລະ ໂດຍກົງຂອງພັກໃນການຮັບປະກັນຄວາມເປັນເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ກໍຄືຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເຊິ່ງເປັນເງື່ອນໄຂພື້ນຖານເຮັດໃຫ້ເສດຖະກິດແຫ່ງຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ທັງຮັບປະກັນໃຫ້ປະຊາຊົນອຸ່ນອຽນໃນການດຳລົງຊີວິດ ແລະ ທຳມາຫາກິນ, ສ້າງສາພັດທະນາບ້ານເມືອງ ແລະ ສ້າງຄວາມເຊື້ອໝັ້ນໃຫ້ແກ່ການລົງທຶນ ແລະ ທ່ອງທ່ຽວ.
ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຄວາມແຕກໂຕນໃນສັງຄົມ, ການເຊື່ອມຖອຍດ້ານຄຸນທາດການເມືອງຂອງພະນັກງານ-ສະມາຊິກພັກຈຳນວນໜຶ່ງ, ບັນຫາໜີ້ສິນສາທາລະນະ, ບັນຫາຫຍໍ້ທໍ້ໃນສັງຄົມ ແລະ ບັນຫາການສໍ້ລາດບັງຫລວງ ຍັງເປັນສິ່ງທ້າຍທາຍຕໍ່ພັກເຮົາໃນຊຸມປີຕໍ່ໜ້າ, ສະນັ້ນ ພວກເຮົາຕ້ອງຢືນຢູ່ບົນທັດສະນະພາວະວິໃສ ແລະ ເພີ່ມທະວີຄວາມຮັບຜິດຊອບການເມືອງ, ຕັດສິນໃຈແກ້ໄຂບັນຫາເຫລົ່ານັ້ນຢ່າງຈິງຈັງ ແລະ ຫັນປ່ຽນຢ່າງແທ້ຈິງ, ພ້ອມທັງສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ຕັ້ງໜ້າປັບປຸງກຳລັງຮອບດ້ານໃຫ້ປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ ແລະ ເອົາໃຈໃສ່ການປັບປຸງລະບອບຄຸ້ມຄອງ-ບັນຊາກຳລັງປະເພດຕ່າງໆ, ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ.
ສະຫາຍ ບຸນຍັງ ວໍລະຈິດ ຍັງໃຫ້ຄວາມເຊື່ອໝັ້ນວ່າ: ບັນດາສະຫາຍພະນັກງານ ແລະ ນັກຮົບທົ່ວກຳລັງປະກອບອາວຸດ ຈະສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອປະຕິວັດຂອງຊາດ ແລະ ຂອງກອງທັບ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກນາໆ, ປະກອບສ່ວນສ້າງຜົນງານ ແລະ ໄຊຊະນະໃໝ່ໃຫຍ່ຫລວງກວ່າເກົ່າ ເພື່ອສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.

