ລັດຖະບານພວມເລັ່ງເກັບກຳຂໍ້ມູນເພື່ອປັບປຸງວຽກງານດ່ານ

ເມື່ອທ້າຍອາທິດຜ່ານມານີ້, ທ່ານນາງ ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ໄປເຄື່ອນໄຫວເກັບກຳຂໍ້ມູນຂອງບັນດາດ່ານຢູ່ແຂວງວຽງຈັນ, ໂດຍສະເພາະແມ່ນໂຄງປະກອບກົງຈັກການຈັດຕັ້ງ, ສິດ, ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງພະນັກງານແຕ່ລະຂະແໜງການທີ່ປະຈຳຢູ່ດ່ານ, ກົນໄກການຄຸ້ມຄອງ ແລະ ຂອດປະສານງານຂອງບັນດາຂະແໜງການທີ່ປະຈຳຢູ່ດ່ານ, ບັນຫາງົບປະມານບໍລິຫານດ່ານ, ໂຄງສ້າງພື້ນຖານໂຄງລ່າງເພື່ອເອື້ອອຳນວຍໃນການຄຸ້ມຄອງບໍລິຫານດ່ານ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການຈັດຕັ້ງປະຕິບັດວຽກງານໃນຜ່ານມາ, ລວມທັງວິທີແກ້ໄຂ ແລະ ບັນຫາອື່ນໆ, ເພື່ອນໍາເອົາຂໍ້ມູນຕ່າງໆມາກະກຽມດ້ານເນື້ອໃນໃຫ້ແກ່ການຄົ້ນຄວ້າຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງດ່ານແຕ່ລະປະເພດ ແລະ ນິຕິກຳທີ່ກ່ຽວຂ້ອງ, ທັງເປັນການລະດົມແນວຄວາມຄິດ ແລະ ການປະກອບຄຳເຫັນຂອງແຕ່ລະຂະແໜງການຕໍ່ຮ່າງດຳລັດດັ່ງກ່າວໃຫ້ມີເນື້ອໃນອຸດົມສົມບູນ ແລະ ຄົບຖ້ວນ, ເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຮອບດ້ານຂອງແຕ່ລະດ່ານໄດ້ຮັບການປັບປຸງໃຫ້ມີຄວາມກະທັດຮັດ, ສະດວກ, ວ່ອງໄວ, ໂປ່ງໃສ, ທັນສະໄໝ, ຍຸຕິທຳ, ຮັບປະກັນຄວາມຖືກຕ້ອງຕາມລະບຽບກົດໝາຍ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.

