ລັດຖະບານ ດູເຕີເຕ ໄດ້ຄະແນນນິຍົມ ສູງເປັນປະຫວັດສາດ

ຜົນສຳຫລວດຄວາມເຫັນຄົນຟີລິບປິນພົບວ່າ: ເດືອນທັນວາຜ່ານມາ ລັດຖະບານປະທານາທິບໍດີ ໂຣດຣິໂກ ດູເຕີເຕ ໄດ້ຮັບຄວາມນິຍົມເພີ່ມຂຶ້ນ ໂດຍມີຄະແນນສູງສຸດນັບແຕ່ເລີ່ມມີການສຳຫລວດຫລັງປີ 1980.
ສຳນັກສຳຫລວດ SWS ເປີດເຜີຍໃນວັນທີ 18 ມັງກອນນີ້ວ່າ: ໄດ້ສອບຖາມຜູ້ໃຫຍ່ຄົນຟີລິບປິນລະຫວ່າງວັນທີ 8-16 ທັນວາພົບວ່າ: ລັດຖະບານ ດູເຕີເຕ ໄດ້ຄະແນນຄວາມພໍໃຈສຸດທິໃນລະດັບດີຫລາຍ ທຽບໃສ່ການສຳຫລວດໃນເດືອນກັນຍາໄດ້ຄະແນນຄວາມພໍໃຈສຸດທິໃນລະດັບດີ. ຜົນສຳຫລວດຫລ້າສຸດຊີ້ວ່າ: ຜູ້ຕອບ 79% ພໍໃຈຜົນງານຂອງລັດຖະບານ ດູເຕີເຕ, 9% ບໍ່ພໍໃຈ, 12% ຮູ້ສຶກເສີຍໆ ເທົ່າກັບໄດ້ຄະແນນຄວາມພໍໃຈສຸດທິບວກ 70 ຄະແນນ ລົບສະຖິຕິລັດຖະບານ ເບນິໂຢ ອາກິໂນ ທີ່ໄດ້ບວກ 66 ຄະແນນໃນການສຳຫລວດເດືອນມິຖຸນາ 2013 ຕົວເລກນີ້ສອດຄ່ອງກັບຜົນສຳຫລວດຄວາມໄວ້ວາງໃຈປະທານາທິບໍດີ ດູເຕີເຕ ທີ່ເພີ່ມຂຶ້ນຈາກສູງຫລາຍໃນເດືອນກັນຍາເປັນຍອດຢ້ຽມໃນເດືອນທັນວາ.
ນັກວິເຄາະການເມືອງເບິ່ງວ່າ: ຄົນຟີລິບປິນຍັງບໍ່ເສື່ອມຄວາມນິຍົມໃນຕົວປະທານາທິບໍດີ ດູເຕີເຕ, ເຖິງວ່າບັນດາປະເທດວິຈານທ່ານເລື່ອງເຮັດສົງຄາມປາບປາມຢາເສບຕິດ ແລະ ລະເມີດສິດທິມະນຸດ. ທັງນີ້ເພາະທ່ານປະຕິບັດຕາມທີ່ໄດ້ຫາສຽງໄວ້ ເລີ່ມຈາກການເຮັດສົງຄາມປາບປາມຢາເສບຕິດ ຕາມດ້ວຍໂຄງການກໍ່ສ້າງໂຄງລ່າງພື້ນຖານ, ການປາບປາມການສຸຈະລິດ ແລະ ປັດຈຸບັນຄືເລື່ອງແກ້ໄຂລັດຖະທຳມະນູນປ່ຽນການປົກຄອງຈາກລະບອບສາທາລະນະລັດເປັນລະບອບສະຫະພັນທະລັດ ເຮັດໃຫ້ພາກພື້ນຕ່າງໆມີອຳນາດການປົກຄອງຫລາຍຂຶ້ນ.

