ກຸ່ມເຮືອກາຍັກເມືອງວັງວຽງໄດ້ຄະນະຊຸດໃໝ່

ໃນວັນທີ 11 ມັງກອນນີ້, ຢູ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ ໄດ້ມີ ກອງປະຊຸມຄັ້ງທີ II ຂອງກຸ່ມ ເຮືອກາຍັກໂດຍການເປັນປະ ທານຂອງ ທ່ານ ສຸວຽງທອງ ວົງຈຳປາ ຮອງເຈົ້າເມືອງວັງ ວຽງ ແລະ ສະມາຊິກເຮືອກາ ຍັກເຂົ້າຮ່ວມເພື່ອສະຫລຸບ ການເຄື່ອນໄຫວວຽກງານ ຜ່ານມາ ແລະ ວາງທິດທາງ ແຜນການຕໍ່ໜ້າ ເຊິ່ງກຸ່ມເຮືອ ກາຍັກແມ່ນອົງການຈັດຕັ້ງໜຶ່ງ ທີ່ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງເມືງວັງວຽງ.

+ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງວຽງຈັນຊຸດທີ 1
+ ສໍາເລັດກອງປະຊຸມວຽກງານກວດກາ ປະຈໍາປີ 2017
ປີ 2017 ກຸ່ມເຮືອກາຍັກ ມີສະມາຊິກທັງໝົດ 24 ໜ່ວຍ ບໍລິການ, ໃນນັ້ນມີ 6 ບໍລິສັດ, ມີ 2 ສາຂາບໍລິສັດ ແລະ 16 ໜ່ວຍບໍລິການນອກນີ້ຍັງມີ ໜ່ວຍປີນຜາ 4 ໜ່ວຍ, ມີຊີບ ລາຍ 6 ແຫ່ງ, ມີເຮືອກາຍັກ 591 ລຳ ແລະ ມີຜູ້ນຳທ່ຽວ 384 ຄົນ.
ກອງປະຊຸມຍັງໄດ້ປ່ອນ ບັດຄັດເລືອກເອົາຄະນະຊຸດ ໃໝ່ ໂດຍມີຜູ້ລົງສະໝັກ 10 ທ່ານ ເລືອກເອົາ 5 ທ່ານ, ໃນ ນັ້ນໄດ້ ເລືອກ ທ່ານ ບຸນເຫລືອ ກຸນລະວົງ ເປັນຫົວໜ້າ, ທ່ານ ຫົງຄຳ ໄຊຍະລີນຄຳ, ທ່ານ ແອ ນະຄອນສີ ເປັນຮອງ ແລະ ທ່ານ ບຸນທັນ ສຸວັນນະວົງ ທ່ານ ຫລ້າວອນ ທິບສະດີ ເປັນຄະນະ.

