ເມືອງມະຫາໄຊສ້ອມແປງເສັ້ນທາງຮອງຮັບປີທ່ອງທ່ຽວ

ເມື່ອມໍ່ໆມານີ້, ປະຊາຊົນ ຈຳນວນ 4 ບ້ານຄື: ບ້ານອີ່ ລານ, ນາຄາຍ, ບ້ານເວີນ ແລະ ບ້ານນາທານ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ປະກອບ ສ່ວນເຫື່ອແຮງ ແລະ ວັດຖຸປັດ ໄຈຕ່າງໆເຂົ້າໃນການສ້ອມ ແປງເສັ້ນທາງເຂົ້າບ້ານຂອງ ຕົນ ເຊິ່ງມີໄລຍະທາງປະມານ 8 ກິໂລແມັດສຳເລັດຜົນເປັນ ຢ່າງດີເພື່ອກະກຽມຮອງຮັບປີ ທ່ອງທ່ຽວລາວໃຫ້ມີບັນຍາ ກາດສ້າງຄວາມສະດວກ ສະບາຍ ແລະ ຄວາມປອດໄພ ໃນການສັນຈອນໄປ-ມາ ຂອງປະຊາຊົນກໍຄືຜູ້ມາທ່ຽວ ມີ ຄວາມປອດໄພ, ອີກອັນ ໜຶ່ງກໍເພື່ອເຮັດໃຫ້ເມືອງມະ ຫາໄຊໃຫ້ມີຄວາມສະອາດ ງາມຕາສາມາດດຶງດູດຜູ້ມາ ທ່ຽວທ້ອງຖິ່ນຂອງຕົນນັບມື້ ຫລາຍຂຶ້ນ.

+ ນະຄອນຫລວງໃຊ້ງົບ 6 ຕື້ເຂົ້າສ້ອມແປງເສັ້ນທາງໃນຕົວເມືອງ
+ ໂຍທາອະນຸມັດ 120 ກວ່າສັນຍາສ້ອມແປງເສັ້ນທາງໃນປີ 2018

