ກຳປູເຈຍພົບໄຂ້ຫວັດສັດປີກລະບາດ ຄັ້ງໃໝ່ຢູ່ນະຄອນຫລວງພະນົມເປັນ

ທາງການກຳປູເຈຍກຳຈັດໄກ່ກວ່າ 100 ໂຕ ຫລັງພົບເຊື້ອໄວຣັສໄຂ້ຫວັດສັດປີກຄັ້ງໃໝ່ໃນເມືອງຫລວງ.
ລັດຖະບານກຳປູເຈຍເຕືອນປະຊາຊົນໃຫ້ເຝົ້າລະວັງການແຜ່ລະບາດຂອງເຊື້ອໄວຣັສ H5N1 ຫລັງພົບການລະບາດຄັ້ງໃໝ່ຢູ່ເຂດແຊນຊຸກ ໃນນະຄອນຫລວງພະນົມເປັນ ໂດຍທ່ານ ແຊນ ສຸວັນ ຮອງເລຂາທິການປະຈຳກະຊວງກະສິກຳ, ປ່າໄມ້ ແລະ ປະມົງ ເປີດເຜີຍວ່າ: ໃນອາທິດຜ່ານມາເຈົ້າໜ້າທີ່ພົບເຊື້ອໄວຣັສໄຂ້ຫວັດສັດປີກຈາກການກວດກາໄກ່ຈຳນວນໜຶ່ງໃນບ້ານຕຶກ ທາລາ ເຮັດໃຫ້ຕ້ອງກຳຈັດໄກ່ 135 ໂຕໃນພື້ນທີ່ດັ່ງກ່າວ. ນອກຈາກນີ້ ຍັງໄດ້ສີດພົ່ນຢາຂ້າເຊື້ອພະຍາດໃນພື້ນທີ່ໃກ້ຄຽງທີ່ມີເຊື້ອໄວຣັສໄຂ້ຫວັດສັດປີກແຜ່ລະບາດ.
ທັງນີ້, ເຂດແຊນຊຸກເກີດໄວຣັສໄຂ້ຫວັດສັດປີກລະບາດຕໍ່ຈາກແຂວງກຳປົງຈາມ ແລະ ແຂວງໄພແວງ, ແຕ່ຍັງບໍ່ມີຂໍ້ມູນຢືນຢັນວ່າມີຜູ້ຕິດເຊື້ອໄຂ້ຫວັດສັດປີກ. ກ່ອນໜ້ານີ້ ມີຜູ້ຕ້ອງສົງໄສຢູ່ແຂວງກຳປົງຈາມວ່າອາດຕິດເຊື້ອ H5N1, ແຕ່ຜົນກວດສອບຢືນຢັນແລ້ວວ່າບໍ່ພົບເຊື້ອໃນຮ່າງກາຍ.
ໃນອາທິດຜ່ານມາ, ທ່ານ ລີ ສຸວັນ ໂຄສົກກະຊວງສາທາລະນະສຸກ ແລະ ຜູ້ອຳນວຍການກົມຄວບຄຸມພະຍາດຕິດຕໍ່ ເຕືອນປະຊາຊົນໃຫ້ລະມັດລະວັງການແຜ່ລະບາດຂອງໄວຣັສ H5N1 ພ້ອມແນະນຳບໍ່ຄວນຮັບປະທານສັດປີກເປັນພະຍາດ ແລະ ຂໍໃຫ້ປະຊາຊົນລາຍງານທັນທີ ຖ້າພົບກໍລະນີສົງໄສວ່າມີການແຜ່ລະບາດຂອງເຊື້ອໄຂ້ຫວັດສັດປີກ.
ທັງນີ້, ໄວຣັສ H5N1 ເປັນຕົ້ນເຫດໃຫ້ມີຄົນກຳປູເຈຍເສຍຊີວິດ 4 ຄົນ ໃນປີ 2014 ແລະ ອີກ 14 ຄົນ ໃນປີ 2015.

