ທ້າຍປີ 2019 ໂຄງການໄຟຟ້ານໍ້າຂອງໄຊຍະບູລີຈະເປີດການຜະລິດ

ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ ແຂວງໄຊຍະບູລີ ໄດ້ເລີ່ມລົງມືກໍ່ສ້າງມາຮອດປັດຈຸບັນສໍາເລັດແລ້ວ 85 ກວ່າ%, ພາຍຫລັງດຳເນີນມາແຕ່ປີ 2012 ໃນກຳລັງຕິດຕັ້ງທັງໝົດ 1.285 ເມກາວັດ, ຄາດວ່າຮອດທ້າຍປີ 2019 ຈະໃຫ້ສໍາເລັດ ແລະ ເປີດເຄື່ອງຜະລິດໄຟຟ້າຢ່າງເປັນທາງການ ໂດຍການຮັບເໝົາກໍ່ສ້າງຂອງບໍລິສັດຊໍການຊ່າງ ຣາຊະອານາຈັກໄທ ແລະ ໄດ້ຮັບການອອກແບບ ໂດຍໃຊ້ວິສະວະກຳຊັ້ນນຳຊາວເອັນຈິເນຍຣິງ, ດ້ານໄຟຟ້າພະລັງນໍ້າ ໂດຍວິສະວະກອນທີ່ປຶກສາທີ່ມີປະສົບການ ແລະ ຄວາມຊ່ຽວຊານສູງໃນລະດັບສາກົນ, ລັກສະນະຂອງເຂື່ອນເປັນເຂື່ອນນໍ້າໄຫຼ ໂດຍສະເລ່ຍການໄຫຼຂອງນໍ້າແມ່ນ 4.000 ແມັດກ້ອນຕໍ່ວິນາທີ, ມີຄວາມສູງ 28,5 ແມັດ, ຄວາມກວ້າງຂອງສັນເຂື່ອນ 820 ແມັດ, ມີບານປະຕູລະບາຍນໍ້າ 7 ປ່ອງ ແລະ ບານປະຕູລະບາຍຕະກອນ 4 ປ່ອງ, ມີຊ່ອງທາງເຮືອຂຶ້ຶຶຶຶຶຶນລ່ອງກວ້າງ 12 ແມັດ, ຍາວ 700 ແມັດ, ສາມາດຮອງຮັບເຮືອຂົນສົ່ງສິນຄ້າຂະໜາດ 500 ໂຕນ, ໃນນີ້ມີເຄື່ອງກຳເນີດໄຟຟ້າຂະໜາດ 175 ເມກາວັດ 7 ຊຸດ ຜ່ານລະບົບສາຍສົ່ງ 500 ກິໂລໂວນ, ຂາຍໃຫ້ການໄຟຟ້າຜະລິດແຫ່ງ ຣາຊະອານາຈັກໄທ ດ້ວຍລາຄາ 500 ກີບຕໍ່ກິໂລວັດໂມງ ແລະ ເຄື່ອງກຳເນີດໄຟຟ້າ 60 ເມກາວັດ 1 ຊຸດ ແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ໃນ ສປປ ລາວ. ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາສະຫະລັດ, ເມື່ອຮອດທ້າຍປີ 2019 ຈະໄດ້ເປີດນຳໃຊ້ຢ່າງເປັນທາງການ ເຊິ່ງເຂື່ອນດັ່ງກ່າວຈະນຳຜົນປະໂຫຍດຈາກອາກອນລາຍໄດ້, ຄ່າສຳປະທານ ແລະ ຫຸ້ນຂອງລາວທີ່ມີຢູ່ໃນໂຄງການນີ້ສະເລ່ຍແລ້ວກຳໄລປີໜຶ່ງຈະໄດ້ 135 ລ້ານໂດລາສະຫະລັດ, ໃນໄລຍະສໍາປະທານແຕ່ປີ 2019 ຫາປີ 2048.

