ເຮັດວຽກກັບຄອມພິວເຕີຕ້ອງຮູ້ຈັກເລືອກກິນອາຫານ.

– ອາການປວດເມື່ອຍອ່ອນເພຍກ້າມຊີ້ນເກັງ : ຫາກນັ່ງຢູ່ໜ້າຈໍຄອມພິວເຕີດົນໆກໍຈະມີອາການປວດເມື່ອຍຫລາຍຂຶ້ນ. ດັ່ງນັ້ນ ຄວນກິນຜັກກາດດອກ, ປາທີ່ກິນໄດ້ໝົດກ້າງ, ອາຫານທີ່ມີແມັກນີຊຽມ ເຊັ່ນ : ຜັກຫົມ, ໝາກຖົ່ວເປືອກແຂງ, ແກ່ນດອກຕາເວັນ, ແປ້ງສາລີ, ໝາກສາລີ ເຊິ່ງຊ່ວຍຜ່ອນຄາຍກ້າມຊີ້ນໄດ້.

– ອາການອິດເມື່ອຍດວງຕາ ແລະ ຕາມົວ : ເພາະການເຮັດວຽກຢູ່ໜ້າຄອມພິວເຕີເຮົາຕ້ອງຈ້ອງ ຫລື ເບິ່ງໜ້າຈໍໍຕະຫລອດເວ ລາ ເຮັດໃຫ້ລັງສີຈາກຄອມພິວເຕີກະທົບສາຍຕາຕະຫລອດເວລາ ຈົນເຮັດໃຫ້ເຮົາເກີດອາການແສບຕາ ຫລື ອິດເມື່ອຍດວງຕາ. ດັ່ງນັ້ນ, ຄວນກິນຜັກກາດນາ, ໝາກເຜັດ, ຜັກກາດຂິວ, ມັນ, ເຜືອກ, ຜັກຫວານບ້ານ, ຜັກຕຳນິນ ເຊິ່ງມີລູທີນ ແລະ ຊີແຊນທີນ ຈະຊ່ວຍຫລຸດຄວາມເສື່ອມຂອງສູນຈໍຕາ. ນອກຈາກນີ້, ຍັງຄວນກິິນຫົວກະຫລົດ, ໝາກອຶ ເພາະມີເບຕ້າແຄໂຣທີນ ຊ່ວຍປ້ອງກັນການເສື່ອມຂອງສູນຈໍຕານຳອີກ.

– ບັນຫາຜິວໜ້າຕ່າງໆ : ຂໍ້ນີ້ບໍ່ດີຕໍ່ແມ່ຍິງແນ່ນອນ ເພາະລັງສີຈາກຄອມພິວເຕີທຳລາຍຜິວໜ້າເຕັມໆໂດຍທີ່ທ່ານຈະບໍ່ຮູ້ໂຕເລີຍ ຄ້າຍຄືກັບລັງສີ UV ທີ່ສຳຜັດໜ້າເຮົາຕະຫລອດເວລາ ອາດຈະເຮັດໃຫ້ເກີດບັນຫາສິວ, ຝ້າ, ເມັນ. ດັ່ງນັ້ນ, ເຮົາຄວນຟ້າວຫາໝາກໄມ້ທີ່ມີສີສົດທຸກຊະນິດມາກິນ ເພື່ອເພີ່ມສານຕ້ານອອກຊິເດຊັນ ລວມເຖິງຄວນດື່ມນຳ້ໃຫ້ພຽງພໍ, ກິນອາຫານທີ່ຍ່ອຍງ່າຍ, ລົດຊາດບໍ່ເຜັດ ຫລື ເຄັມຫລາຍ.