ທ່ານ ທຣຳ ຈະເຂົ້າຮ່ວມກອງປະຊຸມ ເວີລ ອີໂກໂນມິກ ຟໍຣຳ

ປະທານາທິບໍດີ ໂດນັນ ທຣຳ ຈະເປັນຜູ້ນຳອາເມລິກາຄົນທຳອິດໃນຮອບ 18 ປີ ເຊິ່ງເຂົ້າຮ່ວມກອງປະຊຸມ ເວີລ ອີໂກໂນມິກ ຟໍຣຳ ຢູ່ສະວິດ ໃນທ້າຍເດືອນນີ້.
https://twitter.com/TwitterMoments/status/950806473575206912
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 10 ມັງກອນວ່າ: ທຳນຽບຂາວອອກຖະແຫລງການໃນວັນທີ 9 ມັງກອນວ່າ: ປະທານາທິບໍດີ ໂດນັນ ທຣຳ ຈະເຂົ້າຮ່ວມກອງປະຊຸມ ສະພາເສດຖະກິດໂລກ ຫລື ເວີລ ອີໂກໂນມິກ ຟໍຣຳ (WEF) ຄັ້ງທີ 48 ຢູ່ສະວິດ ລະຫວ່າງວັນທີ 23-26 ມັງກອນນີ້. ຖືເປັນປະທານາທິບໍດີອາເມລິກາຄົນທຳອິດໃນຮອບ 18 ປີທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ ນັບແຕ່ປະທານາທິບໍດີ ບິລ ຄລິນຕັນ ເຊິ່ງເປັນຄົນທຳອິດທີ່ເຂົ້າຮ່ວມໃນປີ 2000 ໃນຂະນະທີ່ລັດຖະບານວໍຊິງຕັນສະໄໝປະທານາທິບໍດີ ບາຣັກ ໂອບາມາ ສົ່ງຮອງປະທານາທິບໍດີ ໂຈ ໄບເດນ ເຂົ້າຮ່ວມກອງປະຊຸມໃນປີຜ່ານມາ.
ເຖິງຢ່າງໃດກໍຕາມ, ຄະນະຜູ້ຈັດກອງປະຊຸມ ເຊິ່ງປີນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ສັນສ້າງອະນາຄົດຮ່ວມກັນໃນໂລກທີ່ແຕກແຫງ” ເປີດເຜີຍວ່າ: ຍັງບໍ່ໄດ້ຮັບແຈ້ງຈາກທຳນຽບຂາວ ກ່ຽວກັບກຳນົດການທີ່ແນ່ນອນຂອງຜູ້ນຳອາເມລິກາ ວ່າຈະເຂົ້າຮ່ວມກອງປະຊຸມໃນວັນໃດ ແລະ ຂຶ້ນເວທີປາຖະກະຖາໃນຫົວຂໍ້ໃດ. ຂະນະທີ່ທ່ານນາງ ຊາຣາ ແຊນເດີສ ໂຄສົກທຳນຽບຂາວ ຍັງບໍ່ໄດ້ກ່າວໃນເລື່ອງນີ້ຢ່າງຈະແຈ້ງ ລວມທັງບັນຫາທີ່ວ່າ: ທ່ານ ທຣຳ ຈະເດີນທາງຢ້ຽມຢາມສະວິດ ເພື່ອເຂົ້າຮ່ວມກອງປະຊຸມນີ້ໂດຍສະເພາະ ຫລື ເປັນການແວ່ລະຫວ່າງກຳນົດການຢ້ຽມຢາມປະເທດໃດປະເທດໜຶ່ງ ຫລື ບໍ່.

