ເຕັກນິກການສຳພາດຜູ້ສະໝັກວຽກໃນລະດັບຜູ້ຈັດການຂຶ້ນໄປ

ຖ້າທ່ານເປັນຝ່າຍຊັບພະຍາກອນມະນຸດທີ່ຕ້ອງເຮັດໜ້າທີ່ນີ້ແລ້ວ ຢາກໃຫ້ເຊື່ອໝັ້ນໃນໂຕເອງວ່າເຮົາເຮັດໄດ້ ແລະ ມີເຕັກນິກ ດີໆທີ່ຊ່ວຍໃຫ້ຜູ້ສະໝັກໄດ້ໃຊ້ສັກກະຍະພາບໂຕເອງໄດ້ເຕັມທີ່ ຂໍແນະນຳ ແລະ ແລກປ່ຽນພື້ນຖານເຕັກນິກດັ່ງນີ້ :
- ໝວດຂໍ້ມູນທົ່ວໄປ (ຝ່າຍຊັບພະຍາກອນມະນຸດເຮັດເປັນປົກກະຕິຢູ່ແລ້ວ) :
– ປະຫວັດຕາມໃບສະໝັກ.
– ປະສົບການໆເຮັດວຽກໃນອະດີດ.
– ຄວາມສາມາດໃນຕຳແໜ່ງວຽກທີ່ສະໝັກ.
– ສິ່ງທີ່ສົນໃຈໃນທາງເລືອກມາສະໝັກຢູ່ອົງການ ຫລື ບໍລິສັດ.
- ໝວດສະແດງສັກກະຍະພາບຂອງຜູ້ຈັດການ (ສຳຄັນ) :
– ວິໄສທັດ.
– ພາວະຜູ້ນຳ.
– ຄວາມຊ່ຽວຊານໃນຕຳແໜ່ງວຽກ.
– ທັດສະນະຄະຕິ.
– ການບໍລິຫານທີມງານ.
ໂຕຢ່າງຄຳຖາມສຳຫລັບໝວດນີ້ແມ່ນ :
– ທ່ານຄິດວ່າຕຳແໜ່ງວຽກທີ່ ຕ້ອງເຮັດ ຖ້າໄດ້ຮັບການຄັດເລືອກຕ້ອງເຮັດຫຍັງແດ່ ?
– ຖ້າທ່ານໄດ້ຮັບຕຳແໜ່ງນີ້ແລ້ວຈະມີວິໄສທັດແນວໃດ ?
– ທ່ານຄິດວ່າຈະເຮັດໃຫ້ພະແນກ / ຝ່າຍວຽກນີ້ເຕີບໃຫຍ່ໄດ້ແນວໃດ ?
– ທ່ານຄິດແນວໃດກັບທີມງານທີ່ບໍ່ກະຕືລືລົ້ນ ?
– ທ່ານຈະເຮັດແນວໃດໃຫ້ລູກນ້ອງທີ່ບໍ່ກ້າເວົ້າ ສະແດງຄວາມຄິດເຫັນແດ່ ?
– ຖ້າຫາກທີມງານເບິ່ງເປົ້າໝາຍເປັນເລື່ອງຍາກ ທ່ານຈະຈູງໃຈເຂົາໄດ້ແນວໃດ ?
– ທ່ານຄິດວ່າພະນັກງານໃນພະແນກ / ຝ່າຍນີ້ຄວນມີຄຸນສົມບັດທີ່ດີເລື່ອງໃດແດ່ ?
– ທ່ານຈະເຮັດແນວໃດໃຫ້ທີມງານມີຄວາມສາມັກຄີເພີ່ມຂຶ້ນ ?
– ທ່ານເຄີຍເຮັດວຽກໃນລັກສະນະນີ້ມາແດ່ຫລືບໍ່ ? ຖ້າເຄີຍເລົ່າໃຫ້ຟັງແດ່ໄດ້ບໍ່ ?
– ຖ້າລູກນ້ອງໃນທີມມີທັດສະນະຄະຕິດ້ານລົບ ທ່ານຈະເຮັດແນວໃດ ? ທ່ານມີແຜນໃນການສ້າງທີມງານແນວໃດ ຖ້າທ່ານໄດ້ຮັບຕຳແໜ່ງນີ້ ?
ຄຳຖາມເຫລົ່ານີ້ເປັນໂຕຢ່າງແນວທາງໃນການຖາມທີ່ຊ່ວຍໃຫ້ຜູ້ສະໝັກໄດ້ສະແດງຄວາມຄິດເຫັນໃນດ້ານຕ່າງໆ ເປັນຄຳຖາມເປີດກ້ວາງຄວາມຄິດເຫັນ ບໍ່ມີຖືກຫລືຜິດ, ແຕ່ຈະສະທ້ອນໂຕຂອງຜູ້ສະໝັກວ່າມີແນວຄິດດ້ານກົນລະຍຸດ ແລະ ມີພາວະຜູ້ນຳຫລາຍປານໃດ. ຢາກໃຫ້ຝ່າຍຊັບພະຍາກອນມະນຸດພະຍາຍາມຈົດຄຳຕອບແລ້ວນຳສົ່ງຜູ້ບໍລິຫານອີກເທື່ອໜຶ່ງ ເຊື່ອແນ່ນອນວ່າຜູ້ບໍລິຫານຈະມີຂໍ້ມູນໃນການຕັດສິນໃຈເລືອກໄດ້ຫລາຍຂຶ້ນ.
ລອງເລືອກຄຳຖາມເຫລົ່ານີ້ໄປປັບໃຊ້ເບິ່ງ ແລະ ສ້າງຄຳຖາມປະເພດນີ້ຂຶ້ນມາດ້ວຍຕົນເອງກໍໄດ້ ຖ້າມີໂອກາດສຳພາດວຽກຜູ້ຈັດການແລ້ວຢ່າຖິ້ມໂອກາດດີໆນີ້ໄປ ທ່ານຈະໄດ້ປະສົບການຫລວງຫລາຍໃນການຟັງຄຳຕອບຈາກຄຳຖາມເຫລົ່ານີ້ແນ່ນອນ.
ການກຽມໂຕກ່ອນການສຳພາດ ຝ່າຍຊັບພະຍາກອນມະນຸດຄວນກຽມຄຳຖາມທີ່ຈະໃຊ້ຖາມໄວ້ລ່ວງໜ້າເລີຍ ເພາະອາດຈະ ຄິດບໍ່ອອກ ຖ້າຈະໄປຄິດລະຫວ່າງການສຳພາດ, ຄວນໃຊ້ສະມາທິໃນການຟັງຄວາມຄິດຂອງເຂົາຫລາຍກ່ວາທີ່ຈະຄິດຫາຄຳຖາມ.

