ມອບເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນເມືອງບົວລະພາຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ວັນທີ 4 ມັງກອນນີ້, ກອງ ເລຂາຄະນະກຳມະການປ້ອງ ກັນ ແລະ ຄວບຄຸມໄພພິບັດຂັ້ນ ແຂວງໄດ້ນຳເອົາເຄື່ອງອຸປະ ໂພກ-ບໍລິໂພກ ແລະ ອຸປະກອນ ຕ່າງໆ ລວມມີ 23 ລາຍການ ເຊັ່ນ: ເຂົ້າສານ, ນ້ຳດື່ມ, ປາກະ ປ໋ອງ, ໝີ່, ເຄື່ອງນຸ່ງຫົ່ມ ແລະ ອຸ ປະກອນການຮຽນອື່ນໆ ລວມ ມູນຄ່າ 15 ລ້ານກີບ ມອບ ໃຫ້ແກ່ປະຊາຊົນເມືອງບົວ ລະພາ ແຂວງຄຳມ່ວນ ຜູ້ທີ່ ຖືກຜົນກະທົບຈາກໄພທຳມະ ຊາດກໍຄືພະຍຸດອກສຸຣິ ໃນ ລະຫວ່າງວັນທີ 15-16 ກັນຍາ 2017 ຜ່ານມາ.

ໂດຍແມ່ນ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງ ຄຳ ມ່ວນ ເປັນຜູ້ມອບໃຫ້ ທ່ານ ເຈົ້າ ເມືອງ ເມືອງບົວລະພາ, ເພື່ອນຳໄປ ແຈກຢາຍໃຫ້ ບັນດາຄອບຄົວ ທີ່ຖືກຜົນກະ ທົບຈາກພະຍຸ ດັ່ງກ່າວໃຫ້ ທົ່ວເຖິງ.

 

+ ສະພາປະຊາຊົນແຂວງມອບເຄື່ອງຊ່ວຍເຫລືອຄອບຄົວຜູ້ປະສົບເຄາະຮ້າຍຢູ່ເມືອງທ່າພະບາດ

+ ຄະນະນຳກະຊວງແຮງງານມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແຂວງ ຊຽງຂວາງ ແລະ ຫົວພັນ