ສູນເລືອດແຫ່ງຊາດຕັ້ງເປົ້າຮັບຜູ້ບໍລິຈາກເລືອດບໍ່ຫລຸດ 1.800 ເທື່ອຄົນ

ເລືອດແມ່ນສິ່ງທີ່ສໍາຄັນທີ່ຂາດບໍ່ໄດ້, ດັ່ງນັ້ນ, ການບໍລິຈາກເລືອດແມ່ນການປະກອບສ່ວນສຳຄັນທີ່ສຸດຕໍ່ການຊ່ວຍເຫລືອຊິວິດຂອງເພື່ອນມະນຸດດ້ວຍກັນ ແລະ ຍັງເປັນການກອບກູ້ຊີວິດຄົນເຈັບທີ່ລໍຖ້າຢູ່ໂຮງໝໍແຫ່ງຕ່າງໆ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນປີ 2018 ນີ້, ສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ຕັ້ງເປົ້າສູ້ຊົນກຽມບໍລິຈາກເລືອດຮ່ວມກັບຫົວໜ່ວຍທຸລະກິດຕ່າງໆໃຫ້ໄດ້ 40 ຄັ້ງ, ສູ້ຊົນໃຫ້ມີຜູ້ປະກອບສ່ວນເຂົ້າຮ່ວມບໍລິຈາກເລືອດບໍ່ຫລຸດ 1.800 ເທື່ອຄົນ. ພ້ອມດຽວກັນກໍຈະລະດົມໃຫ້ສັງຄົມມີສ່ວນຮ່ວມໃນກິດຈະກຳວັນສຳຄັນຕ່າງໆໃຫ້ຫລາຍຂຶ້ນ.
ເມື່ອມໍ່ໆນີ້, ກອງເລຂາຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດໄດ້ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນກ່ຽວກັບການປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດແບບສະໝັກໃຈ, ບໍ່ຮຽກຄ່າຕອບແທນປີຜ່ານມາກັບຫົວໜ່ວຍທຸລະກິດ, ໂດຍການເປັນປະທານຂອງທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ.
ຫົວໜ້າສູນເລືອດກ່າວວ່າ: ໃນປີຜ່ານມາໄດ້ອອກຮັບບໍລິຈາກເລືອດຮ່ວມກັບຫົວໜ່ວຍທຸລະກິດໄດ້ 34 ຄັ້ງ, ມີຜູ້ເຂົ້າຮ່ວມກິດຈະກຳ 3.412 ເທື່ອຄົນມີຜູ້ປະກອບສ່ວນບໍລິຈາກເລືອດທັງໝົດ 2.236 ເທື່ອຄົນ ແລະ ໃນປີ 2018 ໄດ້ຕັ້ງເປົ້າຈະສູ້ຊົນກຽມບໍລິຈາກເລືອດຮ່ວມກັບຫົວໜ່ວຍທຸລະກິດໃຫ້ໄດ້ 40 ຄັ້ງ, ສູ້ຊົນໃຫ້ມີຜູ້ປະກອບສ່ວນເຂົ້າຮ່ວມບໍລິຈາກເລືອດໃຫ້ຫລາຍຂຶ້ນກວ່າເກົ່າ.

