ຈາກບັນຫາສ່ອງແສງ ມັກນຳພາໄປສູ່ການແກ້ໄຂທີ່ດີກວ່າ

ໂດຍ: ຜາຕຸງ

ເຫດການປະທະຄາລົມຊະນິດທີ່ບໍ່ມີການລົດລາວາສອກໃຫ້ກັນ ລະຫວ່າງຜູ້ສັນຈອນ ກັບ ເຈົ້າຂອງດິນ ໃນວັນທີ 31 ຕຸລາ 2025 ຜ່ານມານັ້ນໄດ້ເກີດຈົນກາຍເປັນບັນຫາທີ່ເຮັດໃຫ້ສື່ອອນລາຍເກືອບລຸກເປັນໄຟນັ້ນ ກໍແມ່ນ ເຈົ້າຂອງດິນເປີດທາງເວັ້ນໃຫ້ລົດຜ່ານດິນຕົນເອງແລ້ວມີການເກັບເງິນຄ່າຜ່ານດິນທຸກຄັນ, ຄັນລະ 100,000 ກີບຕໍ່ຄັ້ງ.

ເຫດການນີ້ເກີດຂຶ້ນຢູ່ເສັ້ນທາງຫຼວງແຫ່ງຊາດ ເລກ 4 ຈຸດກິໂລແມັດທີ 180+200 ເຂດບ້ານນາອູມ-ໂພນສະອາດ ເມືອງພຽງ ແຂວງໄຊຍະບູລີ ຍ້ອນຈຸດດັ່ງກ່າວເສັ້ນທາງເປ່ເພ ແລະ ລົດຄາຕັນທາງ ບໍ່ສາມາດສັນຈອນໄປມາໄດ້,  ຜູ້ສັນຈອນຄົນໜຶ່ງບໍ່ມີເງິນສົດໃຫ້ເຈົ້າຂອງດິນ ແລະ ຂໍຈ່າຍເປັນເງິນໂອນແທນແຕ່ເຈົ້າຂອງດິນບໍ່ຮັບເງິນໂອນ ເລີຍເຮັດໃຫ້ທັງສອງປະທະຄາລົມກັນເກີດຂຶ້ນ ເຈົ້າຂອງລົດເລີຍຖ່າຍວີດີໂອມາໂພສລົງເຟສບຸກ ຈົນກາຍເປັນກະແສສະແດງຄວາມຄິດເຫັນເກີດຂຶ້ນແບ່ງອອກເປັນສອງຝ່າຍ. ຕໍ່ມາແຕ່ລະຄົນຕ່າງໂພສ ລົງເຟສບຸກ ອ້າງເຫດ ແລະ ຜົນຂອງຕົນ ຢືນຢັນໃຫ້ສັງຄົມຊາບນຳ.

ຫຼ້າສຸດ ວັນທີ 2 ພະຈິກນີ້ ທ່ານຄຳຫຼ້າ ຫລວງຫານ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງພຽງ ແຂວງໄຊຍະບູລີໄດ້ຖະແຫຼງຂ່າວຊີ້ແຈງເຫດການດັ່ງກ່າວວ່າ: ພາກເມືອງໄດ້ລົງກວດກາຕົວຈິງ ເຫັນວ່າມີມູນຄວາມຈິງແທ້, ຊຶ່ງຜ່ານມາ ເສັ້ນທາງຫຼວງແຫ່ງຊາດ ເລກ 4 ເປ່ເພຫຼາຍພັກ ແລະ ລັດຖະບານ ພະແນກ ຍທຂ ກໍຄື ເມືອງ ໄດ້ສຸມໃສ່ ໃຫ້ບໍລິສັດຮັບເໝົາແກ້ໄຂສ້ອມແປງ ແລະ ຖົມດິນຄືນໃໝ່ ບ່ອນທີ່ມີຄວາມຫຍຸ້ງຍາກ ແລະ ຄວາມຈຳເປັນ ໂດຍໄດ້ຈົກດິນເກົ່າອອກ ແລະຖົມດິນຫີນໃໝ່ໃສ່.

ສ່ວນຜູ້ເກັບເງິນ ແລະ ຜູ້ຖ່າຍຄລິບລົງ ພາກສ່ວນກ່ຽວຂ້ອງໄດ້ນຳຕົວພວກກ່ຽວທັງສອງເຂົ້າມາສຶກສາອົບຮົມໃຫ້ມີຄວາມເຂົ້າໃຈ ມີການປ່ຽນ ແປງ,ຜູ້ກ່ຽວກໍຍອມຮັບສາລະພາບຜິດທຸກຢ່າງ ພ້ອມທັງຈິງໃຈມອບເງິນຄືນໃຫ້ແກ່ລັດ, ສຳລັບຜູ້ລົງເຟສ ລົງລາຍກໍໄດ້ນຳມາສຶກສາອົບຮົມໃຫ້ມີຄວາມເຂົ້າໃຈຊຶ່ງກັນແລະກັນເປັັັນທີ່ຮຽບຮ້ອຍແລ້ວເຫດການດັ່ງກ່າວ ແມ່ນໄດ້ແກ້ໄຂສຳເລັດແລ້ວ.

ຈາກເຫດການນີ້ ຊີ້ໃຫ້ເຫັນວ່າ ກ່ອນຈະຕັດສິນໃຈເຮັດສິ່ງໃດໜຶ່ງລົງໄປຕ້ອງມີການຄົ້ນຄິດພິຈາລະນາໃຫ້ຖ້ວນຖີ່ ວ່າມັນຖືກຕ້ອງຕາມລະບຽບກົດໝາຍຫຼືບໍ່ ຈະບໍ່ສົ່ງຜົນກະທົບຕໍ່ບຸກຄົນອື່ນໄດ້ຫຼືບໍ? ເພາະການກະທຳນັ້ນ ນອກຈາກມີຜົນດີແລ້ວ ມັນຍັງອາດສ້າງໂທດໃຫ້ຕົນເອງໄດ້ເໝືອນກັນ ຢ່າລືມວ່າການປົກຄອງບ້ານເມືອງ ຍ່ອມມີກົດໝາຍ ລັດຖະທຳມະນູນເປັນເຄື່ອງມືໃນການປົກຄອງ ທຸກຄົນຢູ່ພາຍໃຕ້ລະບຽບກົດໝາຍ ຢ່າໃຫ້ຄວາມຢາກໄດ້ຢາກມີ ຄວາມມັກໂລບໂລພາ ມາຄວບຄຸມຈິດໃຈຂອງຕົນຢ່າສວຍໂອກາດ ສ້າງບັນຫາບົນຄວາມທຸກຍາກລຳບາກຂອງຄົນອື່ນອີກຕໍ່ໄປ.

ແນວໃດກໍດີ, ສະພາບເສັ້ນທາງຫຼວງແຫ່ງຊາດ ເລກ 4 ທາງພັກ, ລັດຖະບານໄດ້ມີແຜນອະນຸມັດງົບປະມານເລັ່ງດ່ວນ ແກ້ໄຂສຸກເສີນ, ໄລຍະສັ້ນ ແລະ ໄລຍະຍາວ ປະຈຸບັນເສັ້ນທາງແມ່ນໄປມາໄດ້ດີຂຶ້ນກວ່າເກົ່າ ຄາດວ່າຈະສຳເລັດໃນໄວໆນີ້ ນີ້ຖືວ່າເປັນຄະຕິເຕືອນໃຈໃຫ້ບຸກຄົນອື່ນທີ່ສັນຈອນໄປມາ ແລະການລົງຄລິບກໍເຊັ່ນດຽວກັນໃຫ້ປະຕິບັດຕາມລະບຽບຫຼັກການຢ່າງເຂັ້ມງວດ.