ນະຄອນຫຼວງວຽງຈັນ ຫາລື ແລະ ກຽມຄວາມພ້ອມຮອບດ້ານ ໃສ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ກອງປະຊຸມກຳມະການເຕັກນິກກິລາທົ່ວປະເທດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫລວງວຽງຈັນ 2025 ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2025 ທີ່ນະຄອນຫລວງວຽງຈັນ ເພື່ອປຶກສາຫາລື, ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງແຕ່ລະອະນຸກຳມະການ ແນໃສ່ກະກຽມຄວາມພ້ອມຮອບດ້ານ ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫລວງວຽງຈັນ ຊຶ່ງຈະຈັດຂຶ້ນລະຫວ່າງ 15-25 ພະຈິກ 2025 ນີ້ ໃຫ້ມີຜົນສຳເລັດ.
ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ໄດ້ເນັ້ນໃຫ້ທຸກອະນຸກຳມະການເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອແກ້ໄຂບັນດາຂໍ້ຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ. ທ່ານໄດ້ຮຽກຮ້ອງໃຫ້ມີການແລກປ່ຽນຄໍາຄິດເຫັນເພື່ອຄວາມເປັນເອກະພາບ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຕາມຄາດໝາຍ.
ໃນບົດລາຍງານຄວາມພ້ອມ, ທ່ານ ສີຈັນ ຈິດຕະປັນຍາ, ຫົວໜ້າກຳມະການເຕັກນິກ-ຈັດການແຂ່ງຂັນ, ໄດ້ຢືນຢັນວ່າ: ຄວາມພ້ອມຂອງສະໜາມກິລາແມ່ນບັນລຸເຖິງ 100% ແລ້ວ. ນອກຈາກນີ້, ຍັງໄດ້ສຳເລັດການພັດທະນາລະບົບລາຍງານຜົນການແຂ່ງຂັນສຳລັບ 33 ປະເພດກິລາ ແລະ 4 ປະເພດກິລາຍ່ອຍ ເພື່ອລາຍງານຜົນແບບທັນເຫດການພາຍໃນ 30 ນາທີ.
ດ້ານລະບຽບການ, ໄດ້ຮັບຮອງກົດລະບຽບການແຂ່ງຂັນ 33 ປະເພດກິລາ ແລະ 1 ກິລາສາທິດ, ເຊິ່ງມີລາຍການແຂ່ງຂັນທັງໝົດ 432 ລາຍການ (ມອບຫຼຽນລວມ 3,747 ຫຼຽນ). ການເຂົ້າຮ່ວມຂອງນັກກິລາແຕ່ລະລາຍການແມ່ນຄົບຕາມມາດຕະຖານຄື: ມີ 4 ພາກສ່ວນຂຶ້ນໄປ ໃນແຕ່ລະລາຍການ. ປັດຈຸບັນ, ຍັງຢູ່ໃນຂັ້ນຕອນການປະສານງານເພື່ອຈັດຊື້, ກວດກາ ແລະ ຕິດຕັ້ງອຸປະກອນໃສ່ສະໜາມຕ່າງໆໃຫ້ສຳເລັດຕາມແຜນ, ພ້ອມທັງກະກຽມ ແຜນຮອງຮັບບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນຕະຫຼອດໄລຍະການແຂ່ງຂັນ.

