ກະຊວງປ້ອງກັນປະເທດ ລາວ-ຍີ່ປຸ່ນ ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືສອງຝ່າຍ
ວັນທີ 2 ພະຈິກ 2025 ກະຊວງປ້ອງກັນປະເທດ ໄດ້ເຊັນບົດບັນທຶກ ການສົ່ງເສີມການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ຍີ່ປຸ່ນ ກ່ຽວກັບການຮ່ວມມື ແລະ ການແລກປ່ຽນດ້ານວຽກງານປ້ອງກັນຊາດ. ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 19 ແລະ ອາຊຽນ-ບວກ ຄັ້ງທີ 12 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ. ຕາງໜ້າລົງນາມຝ່າຍລາວໂດຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຝ່າຍຍີ່ປຸ່ນລົງນາມໂດຍ ທ່ານ ຊິນຈີໂຣ ໂອອິຊູມິ, ລັດຖ ະມົນຕີປ້ອງກັນປະເທດ ແຫ່ງ ຍີ່ປຸ່ນ.
ບົດບັນທຶກຄວາມເຂົ້າໃຈດັ່ງກ່າວ, ມີຈຸດປະສົງ ເພື່ອເປັນການສົ່ງເສີມການຮ່ວມມືສອງຝ່າຍຂອງສອງກະຊວງໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະແມ່ນຂົງເຂດການຊ່ວຍເຫລືອດ້ານມະນຸດ ສະທໍາ ແລະ ບັນເທົາທຸກໄພພິບັດ ເຊິ່ງຜ່ານມາ ກະຊວງປ້ອງກັນປະເທດ ແຫ່ງ ຍີ່ປຸ່ນໄດ້ຈັດຕັ້ງປະຕິບັດໄລຍະການຊ່ວຍເຫລືອ ກອງທັບປະຊາຊົນລາວ ດ້ານອຸປະກອນຊ່ວຍເຫລືອໄພພິບັດ ໄລຍະທີ 1 ແລະ ຈະສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືໄລຍະທີ 2.
ພ້ອມນີ້, ກະຊວງປ້ອງກັນປະເທດຍີ່ປຸ່ນກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍ ແລະ ຮັດ ແໜ້ນການພົວພັນຮ່ວມມືກັບກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພາຍໃຕ້ການພົວພັນຮ່ວມມືໃນຂອບເຂດຍີ່ປຸ່ນ-ອາຊຽນ ໃຫ້ໄດ້ຮັບການພັດທະນາຍີ່ງໆຂຶ້ນ.

