ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ພ້ອມປຶກສາຫາລື ແລະ ພິຈາລະນາ ຫລາຍຫົວຂໍ້ທີ່ສໍາຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄຂຂຶ້ນໃນຕອນເຊົ້າ ວັນທີ 3 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫລວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2025.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
- ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2025 ຂອງລັດຖະບານ;
- ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ການກະກຽມຄວາມພ້ອມ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX;
- ລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ;
- ລາຍງານສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
- ຮ່າງວິໄສທັດ ຮອດປີ 2045 ແລະ ແຜນຍຸດທະສາດ ການພັດທະນາລະບົບຂໍ້ມູນຂ່າວສານຕະຫລາດ ແຮງງານແຫ່ງຊາດ ຮອດປີ 2035.
- ຮ່າງດໍາລັດ ວ່າດ້ວຍການຈັດສັນທີ່ດິນປຸກສ້າງຂອງລັດ ເປັນບ່ອນຢູ່ອາໄສ ແລະ ຊື້-ຂາຍ ສິດນຳໃຊ້ທີ່ດິນ ແບບມີກຳນົດ.
- ຮ່າງດໍາລັດ ວ່າດ້ວຍຢາງພາລາ.
- ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງບໍລິເວນຊາຍແດນ.
- ຮ່າງດຳລັດ ວ່າດ້ວຍພະນັກງານທ້ອງຖິ່ນ ທີ່ເຮັດວຽກນໍາອົງການຕ່າງປະເທດ ປະຈໍາຢູ່ລາວ.
- ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທະນະບັດ.
ໃນໂອກາດມີຄຳເຫັນໄຂກອງປະຊຸມ, ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງ ບັນດາສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ແທດເໝາະກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມລັດຖະບານຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.

