ສານປະຊາຊົນສູງສຸດ ລາວ-ຫວຽດນາມ ຫາລືປັບປຸງບາງນິຕິກຳການຮ່ວມມືໃຫ້ສອດຄ່ອງ
ວັນທີ 28 ຕຸລາ 2025 ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມພົບປະ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຕາມການເຊື້ອເຊີນ ຂອງທ່ານ ເລ ມິງ ຈີ້ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ.
ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນ 2 ປະເທດ ໄດ້ພົບປະກັນຢ່າງເປັນທາງການຢູ່ ສໍານັກງານຂອງສານປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ຊຶ່ງທັງ 2 ຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດການຮ່ວມມືໃນໄລຍະຜ່ານມາ ຊຶ່ງເນື້ອໃນຫົວຂໍ້ການພົບປະຄັ້ງນີ້ມີດັ່ງລຸ່ມນີ້:
– ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການປັບປຸງບົດບັນທຶກ ຊ່ວຍຈຳ MOU ສະບັບປີ 2008 ເພື່ອໃຫ້ສອດຄ່ອງ ແລະ ຖືກຕ້ອງກັບສະພາບຕົວຈິງຂອງປັດຈຸບັນ ເຮັດໃຫ້ສານປະຊາຊົນຂອງສອງປະເທດ ຫຍັບເຂົ້າໃກ້ກັນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ.
– ແລກປ່ຽນບົດຮຽນຊຶ່ງກັນ ເເລະ ກັນ ໃນວຽກງານບໍລິຫານຄະດີ-ບໍລິຫານສານ ຂອງສານສອງປະເທດ ເປັນການເສີມສ້າງສາຍພົວພົນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນລະບົບສານປະຊາຊົນຂອງສອງປະເທດ ໃຫ້ນັບມື້ກ້າວສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ຄະນະຜູ້ແທນຂັ້ນສູງ ຂອງສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຍັງໄດ້ຮັບກຽດເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈີ້ນ ແທງ ເໝີນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຶ່ງສະຫາຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ທີ່ເປັນມູນເຊື້ອອັນດີງາມ. ທັງສອງປະເທດຈະສືບຕໍ່ເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈະຂຽວສົດງົດງາມ, ແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

