ແຂວງເຊກອງ ຈູດທຳລາຍຢາເສບຕິດປະເພດຢາບ້າ 20,600 ກວ່າເມັດ ສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ

ວັນທີ 27 ຕຸລາ 2025 ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີໂຮມຊຸມ ນຸມສະເຫຼີມສະຫຼອງວັນແຫ່ງຊາດ ຕ້ານຢາເສບຕິດ ຄົບ ຮອບ 24 ປີ (12 ຕຸລາ 2001-12 ຕຸລາ 2025) ແລະ ຈູດທໍາລາຍຢາເສບຕິດ ຈໍານວນ 20.652 ເມັດ,ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ,ທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ບຸນເລີຍ ນັນທະວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທ່າແຕງ, ມີ ຫົວຫນ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຫົວໜ້າກອງບັນຊາ ການ ປກສ ເມືອງ,ຄະນະປະຈໍາພັກເມືອງ, ພະແນກການກ່ຽວ ຂ້ອງຂັ້ນແຂວງ,ຫ້ອງການອ້ອມຂ້າງເມືອງ,ພະສົງ, ຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ພົຈວ ຄໍາບານ ພົມມະນີວົງ ຫົວໜ້າກອງບັນ ຊາການ ປກສ ແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໄລຍະ 1 ປີຜ່ານມາ. ເຈົ້າໜ້າທີ່ ໄດ້ເກັບກໍາ ແລະ ຂຶ້ນບັນຊີເປົ້າໝາຍເສບຢາເສບຕິດ ຈໍານວນ 1,791 ຄົນ, ຍິງ 40 ຄົນ, ເກັບກໍາ ແລະ ຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດ ຈໍານວນ 216 ຄົນ ຍິງ 11 ຄົນ.ສະກັດກັ້ນ ແລະ ຕ້ານຢາເສບຕິດ ທົ່ວແຂວງ ມີຄະດີຍົກທາແຕ່ ເດືອນກັນ ຍາ 2024 ມີ 61 ເລື່ອງ, ມີຜູ້ຖືກຫາ 61 ຄົນ ຍິງ 5 ຄົນ ( ຫວຽດນາມ 4 ຄົນ), ປີ 2025 ມ້າງຄະດີຄ້າຂາຍຢາເສບ ຕິດໄດ້ 61 ເລື່ອງ,ຈັບຜູ້ຖືກຫາໄດ້ 61 ຄົນ ຍິງ 1 ຄົນ, ລວມຄະດີຍົກມາ ແລະ ມ້າງຄະດີໄດ້ 122 ເລື່ອງ, ມີຜູ້ຖືກຫາ 122 ຄົນ, ຢຶດຢາບ້າໄດ້ ຈໍານວນ 21,449 ເມັດ, ສຶກ ສາອົບຮົມຜູ້ມົ້ວສຸມຢາເສບຕິດ ແລະ ດື່ມນໍ້າກະທ່ອມ ຈໍານວນ 129 ຄົນ. ຈາກນັ້ນ, ກໍໄດ້ຈູດທໍາລາຍຢາເສບຕິດ 20,652 ເມັດ, ຊຸດນໍ້າກະທ້ອມ ຈໍານວນ 17 ຊຸດ, ຫົວເຊື້ອປະສົມນໍ້າກະທ່ອມ 23 ແກ້ວ ແລະ ຢາສູບໄຟຟ້າ ຈໍານວນ 3 ອັນ.