ເລີ່ມກໍ່ສ້າງ ໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ ຂະໜາດ 400 ຕຽງ ສູງ 8 ຊັ້ນ ມູນຄ່າ 80 ລ້ານກວ່າໂດລາ

ວັນທີ 27 ຕຸລາ 2025 ທີ່ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ມີພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ ຂະໜາດ 400 ຕຽງ ສູງ 8 ຊັ້ນ ( ສູງ 44.10 ແມັດ ) ໂດຍການເຂົ້າຮ່ວມທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ ເກົາຫລີ ປະຈຳລາວ ແລະ ຂະແໜງການກ່ຽວຂ້ອງ.
ອາຄານຫລັກຂອງໂຮງຫມໍ ມີຂະຫນາດ 87.60 x 92.40m ມີ 3 ຊັ້ນ ທີ່ນໍາໃຊ້ສໍາລັບພາກສ່ວນກວດເຂດນອກ, ວິເຄາະ, ລັງສີ, ສຸກເສີນ, ຜ່າຕັດ, ປະສູດ. ຊັ້ນ 4-8 ແມ່ນຂະຫນາດ 24.90 x 92.40 ແມັດ ແມ່ນນໍາໃຊ້ ສໍາລັບການປິ່ນປົວ ແລະ ສິດສອນໄປຄຽງຄູ່ກັນ ຊຶ່ງມີຈຳນວນຕຽງທັງຫມົດ 400 ຕຽງ ມີຫ້ອງ ນອນ 3 ປະເພດຄື: 1 ຕຽງ, 2 ຕຽງ ແລະ ຫ້ອງລວມ 5 ຕຽງ.
ນອກຈາກນີ້, ຍັງມີຕຶກສູນຈໍາລອງ (Simulation Center) ທີ່ປະກອບດ້ວຍອຸປະກອນກາແພດ, ອຸປະກອນການສຶກສາດ້ານການແພດ, ອາຄານສໍາລັບລະບົບພະລາທິການ, ສູນອາຫານ, ໂຮງຈັກໄຟຟ້າສໍາຮອງ, ລະບົບບຳບັດນໍ້າເປື້ອນ, ຂີ້ເຫຍື້ອທົ່ວໄປ ແລະ ຂີ້ເຫຍື້ອອະເຊື້ອ, ບ່ອນຈອດລົດຈັກ ແລະ ລົດໃຫ່ຍຂອງແຂກພາຍນອກ ແລະ ພະນັກງານ.
ໂຄງການມີມູນຄ່າກໍ່ສ້າງ 80,181,681 ໂດລາສະຫະລັດ ໂດຍນຳໃຊ້ທຶນກູ້ຢືມດອກເບັ້ຍຜ່ອນຜັນ ຈາກທະນາຄານ K- Exim Bank, EDCF ສາທາລະນະລັດ ເກົາຫລີ. ໃນນີ້ເປັນການກໍ່ສ້າງໂຮງໝໍ ແລະ ສູນຈຳລອງ 48 ລ້ານກວ່າໂດລາ, ການສະຫນອງ ແລະ ການຕິດຕັ້ງອຸປະກອນການແພດ 26.5 ລ້ານກວ່າ ໂດລາ ແລະ ການສະຫນອງແລະການຕິດຕັ້ງສໍາລັບ HIS ຂອງໂຮງຫມໍ 5.5 ລ້ານກວ່າໂດລາ.
ເຊິ່ງຈະໃຊ້ເວລາກໍ່ສ້າງ 31 ເດືອນ (ເລີ່ມແຕ່ເດືອນ ຕຸລາ 2025 – ເມສາ 2028).
ທີ່ມາ: University of Health Sciences Laos ມະຫາວິທະຍາໄລວິທະຍາສາດສຸຂະພາບ

