ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍ

ວັນທີ 27 ຕຸລາ 2025, ທີ່ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນວັນທີ 26-87 ຕຸລາ 2025.

ສາມນາຍົກລັດຖະມົນຕີ ຕ່າງກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັນອີກຄັ້ງໜຶ່ງ ແລະ ຕີລາຄາສູງ ຕໍ່ກົນໄກການພົບປະສາມຝ່າຍ ລະຫວ່າງ ລາວ-ຫວຽດນາມ-ກໍາປູເຈຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມຕ່າງໆຢູ່ພາກພື້ນ ແລະ ສາກົນ, ເປັນການສະແດງໃຫ້ເຫັນເຖິງມູນເຊື້ອຄວາມສາມັກຄີຮັກແພງ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນນານ ລະຫວ່າງ ລາວ, ຫວຽດນາມ ແລະ ກໍາປູເຈຍ. ພ້ອມນີ້, ສາມນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດການພົບປະສາມລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ ຢູ່ນະຄອນຫລວງວຽງຈັນ ໃນວັນທີ 15 ຕຸລາ ທີ່ຜ່ານມາ, ພ້ອມທັງໄດ້ສຳ ເລັດການຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ. ພ້ອມກັນນັ້ນ, ສາມນາຍົກລັດຖະມົນຕີ ໄດ້ລົງເລິກປຶກສາຫາລື ແລະ ເຫັນດີຊຸກຍູ້ການຮ່ວມມືລະຫວ່າງສາມປະເທດ ເປັນຕົ້ນ ການພົວພັນຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ພະລັງງານ ແລະ ຂົງເຂດອື່ນໆ, ໂດຍສະເພາະ ການຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດ, ການເຊື່ອມໂຍງດ້ານການທ່ອງທ່ຽວ ລະ ຫວ່າງສາມປະເທດ ແລະ ອື່ນໆ. ນອກຈາກນີ້, ຍັງໄດ້ແລກປ່ຽນທັດສະນະກ່ຽວກັບ ສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ຈໍານວນໜຶ່ງ.

ຕອນທ້າຍ, ສາມນາຍົກລັດຖະມົນຕີ ເຫັນດີໃຫ້ສາມປະເທດ ສືບຕໍ່ຮ່ວມມືກັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາມຊາດ ໃຫ້ສືບຕໍ່ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ການພົວພັນຮ່ວມມື ແລະ ມິດຕະພາບ ລະຫວ່າງ ສາມປະເທດ ທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນຳຜົນປະໂຫຍດຕົວຈິງມາສູ່ປະຊາຊົນສາມຊາດ ລາວ-ຫວຽດນາມ-ກຳປູເຈຍ.