ນາຍົກລັດຖະມົນຕີ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ
ວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຄາລອດສ ຟິລິບເປ ຈາຣາມິໂລ (Carlors Felipe Jaramillo) ຮອງປະທານທະນາຄານໂລກ (WB) ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍມາຍັງ ທ່ານ ຄາລອດສ ຟິລິບເປ ຈາຣາມິໂລ ທີ່ໄດ້ຮັບການແຕ່ງຕັ້ງເປັນຮອງປະທານທະນາຄານໂລກຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ຕະຫລອດໄລຍະ 60 ກວ່າປີ ຜ່ານມາ, ໂດຍສະເພາະໃນການຈັດຕັ້ງປະຕິບັດຂອບການຮ່ວມມືຂອງປະເທດ (Country Partnership Frameworks ຫຼື CPFs) ເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ແກ້ໄຂສິ່ງທ້າທາຍໃນຂົງເຂດຕ່າງໆຂອງ ສປປ ລາວ ເປັນຕົ້ນແມ່ນ ການອໍານວຍຄວາມສະດວກທາງດ້ານທຸລະກິດ ແລະ ການຄ້າ, ວຽກງານສາທາ ລະນະສຸກ, ສຶກສາທິການ ແລະ ການປົກປັກຮັກສາສິ່ງແວດລ້ອມ ຊຶ່ງລ້ວນແຕ່ສອດຄ່ອງກັບນະໂຍ ບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ແຕ່ລະໄລຍະ.
ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະເໜີໃຫ້ທະນາຄານໂລກສືບຕໍ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ແກ່ ສປປ ລາວ ເພື່ອກະກຽມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 10 (2026-2030) ແລະ ການກະກຽມຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026, ລວມເຖິງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງອົງການ ສປຊ ຮອດປີ 2030 ແລະ ການແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ເຊັ່ນ: ບັນຫາລະເບີດບໍ່ທັນແຕກທີ່ສົ່ງຜົນກະທົບຕໍ່ການພັດທະນາຂອງ ສປປ ລາວ, ການພັດທະນາພື້ນຖານໂຄງລ່າງທີ່ສຳຄັນ, ການຫັນເປັນດີຈີຕອນ, ການພັດທະນາຊັບພະຍາກອນມະນຸດ ແລະ ການບໍລິຫານພາກລັດໃຫ້ເຂັ້ມແຂງ, ການສົ່ງເສີມການເຂົ້າເຖິງການເງິນສີຂຽວສໍາລັບໂຄງການພະລັງງານສະອາດ, ການ ອະນຸລັກປ່າໄມ້ ແລະ ການປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ.
ໃນໂອກາດດຽວກັນນີ້, ທ່ານ ຄາລອດສ ຟິລິບເປ ຈາຣາມິໂລ ກໍໄດ້ຕີລາຄາສູງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ທີ່ມີທ່າຂະຫຍາຍຕົວເປັນກ້າວໆ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມຕັ້ງໃຈຂອງ ສປປ ລາວ ໃນການກະກຽມເພື່ອຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ພ້ອມທັງຢືນຢັນວ່າ ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຈະບໍ່ສົ່ງຜົນກະທົບຕໍ່ການສະໜັບສະໜູນຂອງທະນາຄານໂລກຕໍ່ ສປປ ລາວ ແລະ ທະນາຄານໂລກຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືພາຍໃຕ້ຂອບການຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານໂລກໃນຕໍ່ໜ້າ.
ຂ່າວ: ກຕທ

