ນາຍົກລັດຖະມົນຕີລາວ ຢ້ຽມຂໍ່ານັບກະສັດ ບຣູໄນ ດາຣູຊາລາມ

ວັນທີ 26 ຕຸລາ 2025, ທີ່ນະຄອນຫລວງກວາລາລໍາເປີ ຂອງມາເລເຊຍ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລະຫວ່າງວັນທີ 26-28 ຕຸລາ 2025.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມປິຕິຍິນດີ ແລະ ຮູ້ສຶກເປັນກຽດ ທີ່ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ, ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ສົ່ງເຖິງ ສົມເດັດ ຊຸນຕານ ແລະ ສົມເດັດ ພຣະລາຊິນີ. ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ບຣູໄນ ທີ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫລືອລາວ ຕະຫລອດໄລຍະຜ່ານມາ, ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວ, ລວມທັງຜົນສຳເລັດການເປັນປະທານອາຊຽນຂອງລາວ ໃນປີ 2024 ຜ່ານມາ.​

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫລອດໄລຍະ 32 ປີ ຜ່ານມາ, ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມລະຫວ່າງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ກໍຄື ການຮ່ວມມືໃນດ້ານຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ນັບມື້ນັບເພີ່ມຂຶ້ນ. ພິເສດ, ແມ່ນການສະເດັດຢ້ຽມຢາມລັດຖະກິດ ສປປ ລາວ ໃນປີ 2023 ຜ່ານມາ ຂອງ ສົມເດັດ ຊຸນຕານ ພ້ອມດ້ວຍເຈົ້າຊາຍມາຕິນ ໃນໂອກາດສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ, ພ້ອມທັງຍົກລະດັບສາຍພົວພັນການທູດ ຂຶ້ນເປັນຄູ່ຮ່ວມຍຸດທະສາດ.

ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືດ້ານຕ່າງໆ, ກໍຄືການຊຸກຍູ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນ ໂດຍສະເພາະການສົ່ງເສີມການຄ້າ ແລະ ການລົງທຶນ ໃນຂະແໜງກະສິກຳ, ພະລັງງານ, ການບໍລິການ ແລະ ທ່ອງທ່ຽວ ລະຫວ່າງສອງປະເທດ ກໍຄື ການສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນສອງຊາດ ໃຫ້ນັບມື້ນັບຫລາຍຂຶ້ນ.

ສົມເດັດ ຊຸນຕານ ແຫ່ງ ບຣູໄນ ໄດ້ເຊື້ອເຊີນ ທ່ານ ສອນໄຊ ສີພັນດອນ ເດີນທາງໄປຢ້ຽມຢາມບຣູໄນ ຢ່າງເປັນທາງການ ໃນໂອກາດທີ່ສອງຝ່າຍມີຄວາມສະດວກ ແລະ ຍິນດີສືບຕໍ່ຊຸກຍູ້ການຮ່ວມມືອັນດີກັບລາວ ໃນດ້ານຕ່າງໆ ໃນຊຸມປີຕໍ່ໜ້າ. ໃນຂະນະດຽວກັນ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ສະແດງຄວາມຊົມເຊີຍຕໍ່ແຜນການຈັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ບຣູໄນ ຄັ້ງທີ 5 ໃນປີ 2026 ຊຶ່ງຝ່າຍບຣູໄນຈະເປັນເຈົ້າພາບ, ພ້ອມທັງສະແດງຄວາມຫວັງວ່າ ຈະໄດ້ຕ້ອນຮັບສົມເດັດ ຊຸນຕານ ແລະ ສົມເດັດ ພຣະລາຊິນີ ແຫ່ງ ບຣູໄນ ດາຣູຊາລາມ ເດີນທາງຢ້ຽມຢາມ ລາວ ໃນອະນາຄົດ.