ຫວັງວ່າຄຳຂວັນ “ສາມັກຄີ ມີວິໄນ-ໂປ່ງໃສ-ໄດ້ການພັດທະນາ”ຈະຖືກນຳໃຊ້ໃຫ້ເປັນຈິງ

ໂດຍ: ຜາຕຸງ
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຈະຈັດຂຶ້ນ ຢ່າງເປັນທາງການ ແຕ່ວັນທີ 15-25 ພະຈິກ 2025 ພາຍໃຕ້ຄຳຂວັນ “ສາມັກຄີ ມີວິໄນ-ໂປ່ງໃສ-ໄດ້ກາພັດທະນາ” .ໂດຍມີ ຮູບພະທາດຫຼວງ ເປັນສັນຍະລັກ ແລະ ນົກຍຸງເປັນສັດນໍາໂຊກ, ກຳນົດການແຂ່ງຂັນ 33 ປະ ເພດກິລາ ແລະ 1 ປະເພດກິລາສາທິດ, ມີການຊີງໄຊ 435 ຫຼຽນຄຳ, 435 ຫຼຽນເງິນ ແລະ 682 ຫຼຽນທອງ, ຄາດວ່າມີ 17 ແຂວງ ພາກສ່ວນຕ່າງໆສົ່ງຄະນະກິລາຮ່ວມການແຂ່ງຂັນ, ຈະມີຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 4,759 ຄົນ,
ໃນ 33 ປະເພດກິລານີ້ ຄະນະຮັບຜິດຊອບໄດ້ກຳນົດກົດລະບຽບອອກຢ່າງລະອຽດຖີ່ຖ້ວນແລ້ວ ໃນນັ້ນມີປະເພດກິລາທີ່ເປີດກວ້າງ (ບໍ່ຈໍາກັດ) ມີທັງໝົດ 11 ປະເພດ; ກິລາ ທີ່ຈໍາກັດນັກກິລາທີມຊາດເຂົ້າຮ່ວມແຂ່ງຂັນມີ 17 ປະເພດ ແລະ ກິລາທີ່ຈໍາກັດລາຍການ ມີ 7 ປະເພດ ແລະ ກ່ອນຈະຮອດມື້ແຂ່ງ ຂັນຕົວຈິງຄະນະຮັບຜິດຊອບການແຂ່ງຂັນ ໂດຍສະເພາະແມ່ນເຈົ້າຄອງນະຄອນຫຼວງວຽງຈັນໄດ້ລົງກວດກາເບິ່ງຄວາມກຽມພ້ອມຮອບດ້ານ ຂອງສະໜາມແຂ່ງຂັນ, ທີ່ພັກຂອງຄະນະນຳ ແລະ ນັກກິລາ, ສຳລັບຄວາມພ້ອມຂອງສະຖານທີ່ ແລະ ສະໜາມແຂ່ງຂັນຕ່າງໆ ແມ່ນມີຄວາມພ້ອມກວ່າ 95% ແລະ ຈະສຳເລັດສົມບູນທຸກຢ່າງໃນວັນທີ 30 ຕຸລານີ້, ເຊິ່ງມາຮອດເວລານີ້ ທັງ 21 ພາກສ່ວນທີ່ ລ້ວນແລ້ວ ແຕ່ໄດ້ກຽມຄວາມພ້ອມທຸກດ້ານໃນການເຂົ້າຮ່ວມການແຂ່ງຂັນ ຊີງໄຊຍາດເອົາຫຼຽນລາງວັນ ມາສູ່ຕົ້ນສັງກັດຕົນໃຫ້ໄດ້ ຕາມເປົ້າໝາຍ.
ແນ່ນອນວ່າ ການແຂ່ງຂັນກໍ່ເພື່ອຫວັງຜົນໄຊຊະນະ, ການທີ່ຍາດໄດ້ຫຼຽນຄຳຊຶ່ງເປັນຫຼຽນສູງສຸດແມ່ນຈຸດສຸດຍອດເປົ້າໝາຍຂອງນັກກິລາທຸກຄົນ, ສ່ວນການທີ່ຈະໄດ້ຄອງເຈົ້າຫຼຽນຄຳກໍ່ແມ່ນຈຸດມຸ່ງໝາຍຂອງແຕ່ລະພາກສ່ວນ ໂດຍສະເພາະແມ່ນບັນດາແຂວງໃຫຍ່ໆທີ່ມີກຳລັງແຮງເໜືອກວ່າຄູ່ແຂ່ງທຸກດ້ານຍິ່ງມີຄວາມຫວັງສູງ ທຸ່ມເທທຸກຢ່າງ ເຮັດທຸກວິທີທາງເພື່ອໃຫ້ໄດ້ມາຊຶ່ງຄວາມເປັນໜຶ່ງຂອງຕົນ ເຖິງວ່າສິ່ງທີກະທຳລົງໄປນັ້ນບາງຄັ້ງອາດຜິດຕໍ່ລະບຽບກະຕິການການແຂ່ງຂັນກໍ່ຕາມ ຈົນລືມໄປວ່າ ການແຂ່ງຂັນກິລາຍ່ອມ ມີທັງແພ້ ແລະ ມີທັງເສຍໄຊ ຊຶ່ງເປັນສັດຈະທຳທີ່ຫຼີກບໍ່ໄດ້,
ແນວໃດກໍ່ດີ, ຕາມທີ່ເຄີຍຮູ້ ເຄີຍສັງເກດເຫັນວ່າໃນງານກິລາແຫ່ງຊາດຕັ້ງແຕ່ຄັ້ງທີ I ຈົນມາຮອດ ຄັ້ງທີ XI ເຫັນໄດ້ວ່າຄຳຂັວນຂອງງານແຕ່ລະຄັ້ງຈະບໍ່ແຕກຕ່າງກັນຫຼາຍ ໂດຍລວມແລ້ວ ແມ່ນ ສາມັກຄີມີວິໄນ, ສຸຂະພາບ ມິດຕະພາບ ແລະ ສັນຕິພາບ, ຊຶ່ງແຕ່ລະຄັ້ງກໍ່ກ້ຽວໆວຽນໆຢູ່ແນວນີ້ ເປົ້າໝາຍກໍ່ແມ່ນ ເພື່ອສ້າງໃຫ້ນັກກິລາ ສ້າງຄວາມສາມັກຄີ ເພື່ອມິດຕະພາບ ເພື່ອສັນຕິພາບ ຮູ້ໄດ້ຮູ້ເສຍ ຮູ້ໃຫ້ອາໄພ ຊຶ່ງກັນ ແລະ ກັນ, ແຕ່ບາງຄັ້ງກໍ່ບໍ່ດຳເນີນໄປຕາມຄຳຂວັນນັ້ນເລີຍ ກິລາບາງປະເພດ ນັກກິລາບາງຄົນ ຜູ້ຕັດສິນບາງທ່ານ ຍັງບໍ່ທັນປະຕິບັດໜ້າທີ່ຂອງຕົນໄດ້ດີເທົ່າທີ່ຄວນ ເຮັດໃຫ້ຄູ່ແຂ່ງຂັນ ຫຼື ມວນຊົນມີຄວາມສົງໃສວ່າ ເປັນໄປໄດ້ແນວໃດ.
ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງເກມ 2025 ແມ່ນດຳເນີນໄປ ພາຍໃຕ້ຄຳຂວັນ “ສາມັກຄີ ມີວິໄນ-ໂປ່ງໃສ-ໄດ້ການພັດທະນາ” ກິລາກໍ່ຄືກິລາ ມີທັງແພ້ ມີທັງເສຍ ເປັນຂອງຄູ່ກັນໄປ, ເຮົາຕ້ອງໄດ້ຖອດຖອນບົດຮຽນຈາກຫຼາຍໆຄັ້ງຜ່ານມາ ເພື່ອຫັນເອົາສິ່ງທີ່ດີມານຳໃຊ້ ແລະ ກຳຈັດປັດເປົ່າສິ່ງທີ່ບໍ່ຖືກຕ້ອງໃຫ້ໝົດໄປ ທຸກການແຂ່ງຂັນຕ້ອງດຳເນີນໄປພາຍໃຕ້ກົດກະຕິກາຂອງກິລາແຕ່ລະປະເພດ ຕາມທີ່ບັນດາຄະນະສະຫະພັນກິລາ ແຕ່ລະປະເພດ ຄົ້ນຄວ້າ ແລະ ຮັບຮອງ, ຮັບປະກັນການແຂ່ງຂັນມີຄວາມສະເໝີພາບ ສ້າງໂອກາດໃຫ້ນັກກິລາໄດ້ສະແດງຄວາມສາມາດ,ທັງຮັບປະກັນໃຫ້ການ ແຂ່ງຂັນມີບັນຍາກາດ, ມີນ້ຳໃຈກິລາ, ມີຄວາມສາມັກ ຄີຮັກແພງ ເຊິ່ງກັນ ແລະ ກັນດັ່ງຄຳຂວັນທີ່ກຳນົດໄວ້ຄື: “ສາມັກຄີ ມີວິໄນ-ໂປ່ງໃສ-ໄດ້ການພັດທະນາ”..
ຄຳຂວັນນີ້ຈຶ່ງສອດຄ່ອງກັບຄຳເວົ້າທີ່ວ່າ: ກິລາກາຍຍະກຳ ແມ່ນພາກສ່ວນໜຶ່ງຂອງວັດທະນະທຳ, ຜະລິດຕະພັນຂອງມວນມະນຸດ ເປັນຜູ້ສ້າງຕັ້ງຂຶ້ນເພື່ອຮັບໃຊ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ເຊິ່ງມັນໄດ້ໃຫ້ຄຸນຄ່າທາງດ້ານສຸຂະພາບ ແລະ ຈິດໃຈ, ກິລາກາຍຍະກຳ ຍັງເປັນການເຄື່ອນ ໄຫວຕ່າງໆໃນການເຝຶກແອບ, ການສະແດງ, ການແຂ່ງຂັນ, ການແລກປ່ຽນແບບບຸກຄົນ, ລວມໝູ່ມີສີລະປະລວດລາຍສະເພາະ, ປະກອບສ່ວນສ້າງໃຫ້ຮ່າງກາຍຂອງຄົນເຮົາແຂງແຮງ, ສວຍງາມ, ມີຈິດໃຈເບີກບານມ່ວນຊື່ນ ແລະ ເສີ່ມສ້າງໃຫ້ສະໝອງຂອງຄົນເຮົາໄດ້ຮັບການພັດທະນາ

