ແຂວງບໍ່ແກ້ວ ຍືດສິນຄ້ານຳເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າໝົດອາຍຸມາທຳລາຍຖີ້ມ ພ້ອມທັງເຮັດບົດບັນທຶກຕໍ່ເຈົ້າຂອງຮ້ານ

ວັນທີ 24 ຕຸລາ 2025 ພະແນກອຸດສາຫະກຳ ແລະການຄ້າ ແຂວງບໍໍ່ແກ້ວ ໄດ້ຈັດພິທີທຳລາຍສິນຄ້າເສື່ອມຄຸນ, ຫມົດອາຍຸ ແລະສິນຄ້ານຳເຂົ້າທີ່ບໍ່ຖືກຕ້ອງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີອຳໄພ ໂສລະຖີ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ ພ້ອມດ້ວຍຄະນະ, ມີພະແນກການທີ່ກ່ຽວຂ້ອງ ຂັ້ນແຂວງ, ຫ້ອງການ ອ.ຄ ເມືອງ ຫ້ວຍຊາຍ ແລະ ເຈົ້າໜ້າທີ່ກວດກາການຄ້າ.

ເຈົ້າໜ້າທີ່ກວດກາການຄ້າ ໄດ້ລົງເຄື່ອນໄຫວກວດກາ ບັນດາຮ້ານຄ້າ, ຮ້ານຂາຍຍົກ-ຍ່ອຍ ລວມທັງຮ້ານຂາຍເຄື່ອງຢູ່ບັນດາໂຮງຮຽນປະຖົມ ມັດທະຍົມ. ໂດຍອີງໃສ່ ກົດໝາຍ ວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010, ດຳລັດ ວ່າດ້ວຍ ການກວດກາການຄ້າ ເລກທີ 508/ລບ, ລົງວັນທີ 04 ທັນວາ 2012, ຂໍ້ຕົກລົງ ວ່າດ້ວຍ ການປະຕິບັດວຽກງານກວດກາ ການຄ້າ ເລກທີ 0019/ອຄ, ລົງວັນທີ 06 ມັງກອນ 2025 ແລະ ຄຳສັ່ງ ກ່ຽວກັບການຕິດສະຫລາກສິນຄ້າ ເປັນພາສາລາວ ສະບັບເລກທີ 2501/ອຄ.ຄພນ ລົງວັນທີ 16 ທັນວາ 2015.

ຜ່ານການລົງກວດກາ 96 ຫົວຫນ່ວຍ, ໄດ້ຕັກເຕືອນ ແລະ ເຮັດບົດບັນທຶກ ຕໍ່ເຈົ້າຂອງຮ້ານ ທີ່ລະເມີດກົດໝາຍ ແລະ ລະບຽບການ 25 ຫົວໜ່ວຍ. ພ້ອມທັງ ຍຶດສິນຄ້າອຸປະໂພກ-ບໍລິໂພກ ທີ່ເສື່ອມຄຸນ-ໝົດອາຍຸ ແລະ ນຳເຂົາບໍ່ຖືກຕ້ອງ 82 ລາຍການ ມູນຄ່າ 64,560,000 ກີບ. ດັ່ງນັ້ນ, ຈຶ່ງໄດ້ນໍາເອົາເຄື່ອງຂອງທີ່ຍຶດມາໄດ້ດັ່ງກ່າວ ມາທໍາລາຍຖິ້ມ.

ທີ່ມາ: ພະແນກອຸດສາຫະກຳ ແລະການຄ້າ ແຂວງບໍໍ່ແກ້ວ