ສ.ຣັດເຊຍ ຊ່ວຍເຫລືອນໍ້າມັນພືດ 23 ໂຕນ ແລະ ປາກະປ໋ອງ 99 ໂຕນ ໃຫ້ໂຄງການອາຫານທ່ຽງ 385 ໂຮງຮຽນ ຢູ່ ແຂວງອຸດົມໄຊ

ວັນທີ 15 ຕຸລາ 2025, ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີມອບ-ຮັບ ການຊ່ວຍເຫລືອດ້ານສະບຽງອາຫານ ຈາກສະຫະພັນຣັດເຊຍ (ສ.ຣັດເຊຍ) ໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍຜ່ານອົງການອາຫານໂລກ ປະຈຳ ສປປ ລາວ.

ສໍາລັບເຄື່ອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້ ປະກອບມີ: ນໍ້າມັນພືດ 23 ໂຕນ ແລະ ປາກະປ໋ອງ 99 ໂຕນ ເພື່ອນໍາໃຊ້ເຂົ້າໃນການປຸງແຕ່ງອາຫານພາຍໃຕ້ໂຄງການອາຫານທ່ຽງໃນໂຮງຮຽນ ເຊິ່ງເປັນອາຫານທີ່ມີຄຸນຄ່າທາງໂພສະນາການໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ ໃນເຂດຊົນນະບົດ ແລະ ຫ່າງໄກສອກຫລີກຂອງ ສປປ ລາວ.

ທ່ານ ວະລາດີເມຍ ກາລີນິນ (Vladimir Kalinin), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ໄດ້ກ່າວວ່າ ການຊ່ວຍເຫລືອອາຫານ ໃນຄັ້ງນີ້ ຖືເປັນການປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ທີ່ ສ. ຣັດເຊຍ ໄດ້ໃຫ້ການຊ່ວຍເຫລືອ ແລະ ສະຫນັບສະໜູນ ສປປ ລາວ ມາຢ່າງຕໍ່ເນື່ອງ ແລະ ການມອບ-ຮັບອາຫານໃນຄັ້ງນີ້ ຍັງຖືເປັນຂີດໝາຍສຳຄັນໃນການສະເຫລີມສະຫລອງການສ້າງຕັ້ງສາຍພົວພັນທາງການທູດລາວ-ຣັດເຊຍ ຄົບຮອບ 65 ປີ.

ໂອກາດນີ້, ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງ ມາຍັງລັດຖະບານ ສະຫະພັນ ຣັດເຊຍ ທີ່ໃຫ້ການຊ່ວຍເຫລືອ ຢ່າງຕໍ່ເນື່ອງຜ່ານອົງການອາຫານໂລກ ເຊິ່ງສະທ້ອນໃຫ້ເຫັນເຖິງມິດຕະພາບ ແລະ ການຮ່ວມມືອັນແໜ້ນແຟ້ນລະຫວ່າງ ສອງລັດຖະບານ ແລະ ປະຊາຊົນຂອງສອງປະເທດປະເທດ. ອາຫານທີ່ໄດ້ຮັບໃນຄັ້ງນີ້ ຈະແຈກຢາຍໃຫ້ນ້ອງນັກຮຽນ 40,000 ຄົນ ໂດຍສະເພາະ ໃນ 385 ໂຮງຮຽນ ໃນ 6 ເມືອງ ຂອງແຂວງອຸດົມໄຊ ເພື່ອນໍາໄປປຸງແຕ່ງເປັນອາຫານທ່ຽງໃຫ້ນັກຮຽນຢ່າງທົ່ວເຖິງ ແລະ ມີປະສິດທິພາບ.

ທີ່ມາ: ກົມຮ່ວມມື ສສກ