Instagramທົດສອບຟີເຈີໂພສ Stories ໄປຍັງ WhatsApp

Instagramທົດສອບຟີເຈີໂພສ Stories ໄປຍັງ WhatsAppເຊັ່ນດຽວກັບທີ່ Facebookເຮັດໄດ້ກ່ອນໜ້ານີ້.

ເວັບໄຊ techcrunch ໄດ້ເປີດເຜີຍວ່າ Instagram ກໍາລັງທົດສອບຟີເຈີແຊ Stories ໄປຍັງ WhatsApp ໂດຍໃນຂະນະທີ່ຜູ້ໃຊ້ກໍາລັງໂພສໃນ InstagramStores ຈະສາມາດເລືອກໂພສໄປຍັງສະເຕຕັດສຂອງ WhatsApp ພ້ອມໆກັນໄດ້ ຊຶ່ງ Stories ທີ່ໂພສໄປຍັງ WhatsApp ຈະຖືກເຂົ້າລະຫັດ ແລະ ລົບຕົວເອງໃນ 24 ຊົ່ວໂມງເຊັ່ນດຽວກັບໃນ Instagram.
ຄາດວ່າຟີເຈີດັ່ງກ່າວໜ້າຈະຊ່ວຍກະຕຸ້ນໃຫ້ມີຄົນໂພສສະເຕຕັດສໃນ WhatsApp ກັນຫຼາຍຂຶ້ນເຊັ່ນດຽວກັບກ່ອນໜ້ານີ້ທີ່ເຮັດໃຫ້ Instagram ສາມາດໂພສ Stores ໄປຍັງ Facebook ໄດ້ ແນວໃດກໍຕາມຟີເຈີດັ່ງກ່າວໄດ້ເປີດໃຫ້ສະເພາະຜູ້ໃຊ້ບາງກຸ່ມທົດສອບເທົ່ານັ້ນ ຊຶ່ງຄາດວ່າໜ້າຈະເປີດໃຫ້ໃຊ້ງານໄດ້ທຸກຄົນໃນໄວໆນີ້.

