ລາວ-ມຽນມາ ສຳເລັດກອງປະຊຸມຄະນະກຳມະການຊາຍແດນ ຄັ້ງທີ 13

ວັນທີ 15-16 ຕຸລາ 2025 ກອງປະຊຸມຄະນະກຳມະການຊາຍແດນຜ່ານມານີ້ ລາວ-ມຽນມາ ຂັ້ນແຂວງ ຄັ້ງທີ 13 ຈັດຂຶ້ນ ທີ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຄະນະຝ່າຍລາວນຳໂດຍ ທ່ານ ພັອ ແສງເພັດ ແສງມະນີ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ຄະນະຝ່າຍມຽນມານຳໂດຍ ທ່ານ ພັອ ຈໍມິນທູນ ຜູ້ບັນຊາການ ແຂວງທ່າຂີ້ເຫຼັກ ກອງທັບພາກສາມຫຼ່ຽມ ປະເທດມຽນມາ, ມີຄະນະກຳມະການຊາຍແດນແຫ່ງຊາດ, ຄະນະກົມພົວພັນຕ່າງປະເທດ, ກົມທະຫານຊາຍແດນ, ສອງກອງບັນຊາການ ທະຫານ-ຕຳຫຼວດ ບໍ່ແກ້ວ-ຫຼວງນ້ຳທາ, ກອງພົນທີ 3 ແລະ ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດ ຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ຂອງການພົວພັນຮ່ວມມື ລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນ ລາວ-ມຽນມາ ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ, ເປັນການຮ່ວມມືທີ່ເປັນ ມູນເຊື້ອອັນດີງາມ ໃນຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານນັ້ນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງຂຶ້ນ. ຜ່ານມາສອງລັດຖະບານ ກໍຄືກອງທັບຂອງທັງສອງປະເທດ ໄດ້ໃຫ້ຄວາມສໍາຄັນກ່ຽວກັບວຽກງານການປະຕິບັດກົນໄກການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ມຽນມາ, ມຽນມາ-ລາວ ແລະ ບັນດາກົນໄກອື່ນໆ ທີ່ມີຢູ່ໃນປັດຈຸບັນ ລະຫວ່າງສອງປະເທດ ລາວ-ມຽນມາ. ນອກຈາກນີ້, ສອງຝ່າຍລາວ-ມຽນມາ ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມ 4 ຝ່າຍ (ລາວ- ມຽນມາ-ຈີນ ແລະ ໄທ ) ຕາມລໍາແມ່ນໍ້າຂອງຕອນເໜືອ ແລະ ແມ່ນໍ້າລ້ານຊ້າງ ດ້ວຍຜົນສໍາເລັດໃນຫຼາຍດ້ານ ເຊິ່ງໄດ້ສະແດງອອກໃຫ້ເຫັນບັນຍາກາດ, ຄວາມສາມັກຄີຮັກແພງ, ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ທັງສອດຄ່ອງກັບທ່າອ່ຽງລວມ ຂອງການຮ່ວມມືໃນກອບອາຊຽນ, ອະນຸພາກພື້ນ ແລະ ສາກົນ.

ກອງປະຊຸມໄດ້ຮັບຟັງການລາຍງານຈາກຄະນະທັງສອງຝ່າຍໃນການຈັດຕັ້ງປະຕິບັດການປະສານງານທີ່ຜ່ານມາ, ທັງເປັນການແລກປ່ຽນຄວາມຄິດເຫັນ, ຂໍ້ມູນຂ່າວສານ ແລະ ປຶກສາຫາລືການແກ້ໄຂບັນຫາຢາເສບຕິດຮ່ວມກັນລະຫວ່າງສອງປະເທດ ລາວ-ມຽນມາ ເຊິ່ງໄລຍະຜ່ານມາ ເຫັນວ່າທັງສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືລະຫວ່າງຊາດເປັນປະຈຳ ທັງໄດ້ມີການສະກັດກັ້ນ, ແກ້ໄຂຈັບກຸ່ມຜູ້ກະທຳຜິດຄ້າຂາຍຢາເສບຕິດ, ເຂົ້າ-ອອກເມືອງຜິດກົດໝາຍ, ການກໍ່ອາສະຍາກຳຂ້າມຊາດ, ຄ້າມະນຸດໄດ້ຢ່າງຕໍ່ເນື່ອງ ເຮັດໃຫ້ບໍລິເວນຊາຍແດນມີຄວາມເປັນລະບຽບຮຽບຮ້ອຍດີ.