ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ຜູ້ອຳນວຍການໃຫຍ່ອົງການອຸຍເເນັສໂກ ທີ່ປະເທດຝຣັ່ງ

ວັນທີ 16 ຕຸລາ 2025, ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ເຂົ້າຍື່ນໜັງສືແຕ່ງຕັ້ງຕໍ່ ທ່ານ ນາງ Audrey Azoulay ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ເພື່ອດໍາລົງຕຳແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການອຸຍແນັສໂກ ຊຶ່ງມີສໍານັກງານໃຫຍ່ຕັ້ງຢູ່ນະຄອນຫຫລວງປາຣີ, ປະເທດຝຣັ່ງ.

ໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານ ຜູ້ອຳນວຍການໃຫຍ່ UNESCO ທີ່ໃຫ້ການຮັບຕ້ອນອັນອົບອຸ່ນ ແລະ ໄດ້ຢໍ້າຄືນນະໂຍບາຍການຕ່າງປະເທດຂອງ ສປປ ລາວ ຊຶ່ງຍາມໃດກໍຍຶດໝັ້ນການພົວພັນຮ່ວມມືແບບຫລາຍຝ່າຍ ບົນພື້ນຖານຫລັກການ ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມືເພື່ອການພັດທະນາ. ພ້ອມນີ້, ທ່ານ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍອົງການອຸຍແນັສ ໂກ ທີ່ມີບົດບາດສຳຄັນໃນວຽກງານການພັດທະນາແບບຍືນຍົງຂອງໂລກ ໂດຍສະເພາະການສົ່ງເສີມການສຶກສາ, ວິທະຍາສາດ ແລະ ວັດທະນະທຳ, ການປົກປັກຮັກສາຄວາມຫລາກຫລາຍຂອງວັດທະນະທຳ ແລະ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບອົງການດັ່ງກ່າວ ເພື່ອບັນລຸເປົ້າໝາຍລວມຂອງອົງການອຸຍແນັສໂກ. ນອກຈາກນີ້, ທ່ານ ຍັງໄດ້ສະແເດງຄວາມຂອບໃຈ ຕໍ່ອົງການອຸຍແນັສໂກ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາເປັນຢ່າງດີ ໂດຍສະເພາະຜ່ານບັນດາໂຄງການສົ່ງເສີມການສຶກສາ, ວິທະຍາສາດ, ການຮັບຮອງເອົາມໍລະດົກຂອງ ສປປ ລາວ ເປັນມໍລະດົກໂລກ, ລວມທັງປົກປັກຮັກສາ ແລະ ຄຸ້ມຄອງສະຖານມໍລະດົກໂລກຢູ່ ສປປ ລາວ.

ທ່ານ ນາງ Audrey Azoulay ໄດ້ສະແດງຄວາມຊົມເຊີຍຕໍ່ການມາຮັບໜ້າທີ່ໃໝ່ຂອງ ທ່ານ ເອກອັກ ຄະລັດຖະທູດລາວ, ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງບົດບາດຂອງ ສປປ ລາວ ໃນຖານະປະເທດສະມາຊິກໜຶ່ງທີ່ມີຄວາມສຳຄັນ ແລະ ມີຄວາມຮັບຜິດຊອບສູງຕໍ່ພາລະກິດລວມຂອງ ອົງການອຸຍແນັສໂກ ຕະຫລອດມາ. ນອກຈາກນີ້, ທ່ານຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບການໂດຍລວມ ແລະ ຄວາມສຳຄັນຂອງວຽກງານອົງການອຸຍແນັສໂກ ໃນແຕ່ລະຂົງເຂດ, ລວມທັງແຜນງານໂຄງການຮ່ວມມືໃນອະນະຄົດລະຫວ່າງ ອຸຍແນັສໂກ ແລະ ສປປ ລາວ, ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການອຸຍແນັສໂກ.

ອົງການ ອຸຍແນັສໂກ ແມ່ນອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ເປັນອົງການເຄືອຂ່າຍຂອງ ອົງການສະຫະປະຊາຊາດ, ມີພາລະບົດບາດໃນການສົ່ງເສີມວຽກງານການສຶກສາ, ວິທະຍາສາດ, ວັດທະນະທຳ ແລະ ການສື່ສານ. ໃນປັດຈຸບັນ, ມີສະມາຊິກທັງໝົດ 194 ປະເທດໃນທົ່ວໂລກ. ສປປ ລາວ ແລະ ອຸຍແນັສໂກ ໄດ້ມີການຮ່ວມມືກັນໃນຂົງເຂດການສຶກສາ, ວິທະຍາສາດ, ກິລາ ແລະ ວັດທະນະທຳ. ອັນພົ້ນເດັ່ນກວ່າໝູ່ ແມ່ນອົງການອຸຍແນັສໂກ ໄດ້ຮັບຮອງເອົາ ເມືອງຫລວງພະບາງ (ໃນປີ 1995), ວັດພູຈຳປາສັກ (ໃນປີ 2001) ແລະ ທົ່ງໄຫຫີນຊຽງຂວາງ (ໃນປີ 2019) ເຂົ້າເປັນມໍລະດົກໂລກທາງວັດທະນະທຳທີ່ເປັນວັດຖຸ; ຮັບຮອງເອົາ ສຽງ ແຄນເຊື້ອຊາດລາວ (ໃນປີ 2017), ປະເພີນີການຕ່ຳລາຍນາກຂອງຊຸມຊົນຄົນລາວລາວ (ໃນປີ 2023) ແລະ ການຟ້ອນລຳວົງລາວ (ໃນປີ 2024) ເປັນມໍລະດົກໂລກທາງວັດທະນະທຳ ທີ່ບໍ່ເປັນວັດຖຸຂອງມວນມະນຸດ, ແລະ ໄດ້ຮັບຮອງເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດ (ໃນປີ 2025).

ທີ່ມາ: ຂ່າວສານປະເທດລາວ