ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມປະເມີນມູນຄ່າເບື້ອງຕົ້ນ 4.5 ຕື້ກວ່າກີບ
ຂ່າວແຂວງໄຊຍະບູລີ ລາຍງານວ່າ: ວັນທີ 10 ຕຸລາ 2025 ຜ່ານມານີ້ ທ່ານ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ພ້ອມດ້ວຍທີມງານ ກວດກາເບິ່ງຕົວຈິງຈຸດນໍ້າຖ້ວມຢູ່ທັງ 3 ບ້ານ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຄື: ບ້ານປາກແຄມ, ບ້ານໜອງ ແລະ ບ້ານຫ້ວຍບູຮາ ມີ 20 ຄອບຄົວໄດ້ຮັບຜົນກະທົບ, 3 ຄອບຄົວເສຍຫາຍໜັກ ປະເມີນມູນຄ່າເສຍຫາຍ 12,000,000 ກວ່າກີບ. ນໍ້າຖ້ວມເຂົ້ານາ ແລະ ສວນມັນຕົ້ນ ເສຍຫາຍ 5 ຄອບຄົວ ເນື້ອທີ່ເສຍຫາຍ 7.87 ເຮັກຕາ ປະເມີນມູນຄ່າເສຍຫາຍ 82,000,000 ກວ່າກີບ.
ນອກຈາກນັ້ນ, ຍັງມີນໍ້າຖ້ວມ ຂົວ 4 ແຫ່ງ ແລະ ເສັ້ນທາງ ເຮັດໃຫ້ດິນເຊາະເຈື່ອນໄດ້ຮັບຜົນເສຍຫາຍ 6 ເສັ້ນ ລວມມູນຄ່າເສຍຫາຍ 4,587,000,000 ກວ່າກີບ.

