ກອງປະຊຸມພົບປະ 3 ຝ່າຍ ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ປະຈຳປີ 2025

ວັນທີ 15 ຕຸລາ 2025 ນີ້, ທີ່ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມພົບປະ 3 ຝ່າຍ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ປະຈຳປີ 2025, ຝ່າຍລາວ ນໍາໂດຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຝ່າຍກຳປູເຈຍ ນຳໂດຍ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ຝ່າຍຫວຽດນາມ ນຳໂດຍ ພົນເອກ ຟານ ວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີບັນດາ ຄະນະນາຍທະຫານຂັ້ນສູງ 3 ປະເທດເຂົ້າຮ່ວມ.

ກອງປະຊຸມ ໄດ້ຕີລາຄາສະພາບວຽກງານ ແລະ ການພັດທະນາປະເທດເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ ແລະ ສະແດງຄວາມຊົມເຊີຍ ຕໍ່ບັ້ນເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ກຳປູເຈຍ-ລາວ-ຫວຽດນາມ) ທີ່ກອງທັບປະຊາຊົນລາວ ເປັນເຈົ້າພາບ, ກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການປັບປຸງກໍ່ສ້າງກໍາລັງ, ການຈັດກອງປະຊຸມພົບປະ 3 ລັດຖະມົນຕີ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອສືບຕໍ່ຍົກສູງຂີດຄວາມສາມາດໃຫ້ 3 ກໍາລັງກອບກູ້ໄພພິບັດທໍາມະຊາດໃນການຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕໍ່ຜົນກະທົບຈາກໄພທໍາມະຊາດທີ່ອາດຈະເກີດຂຶ້ນ, ປຶກສາຫາລືວຽກງານການສະກັດກັ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ການຄ້າອາວຸດ ແລະ ການກໍ່ອາຊະຍາກໍາຕ່າງໆ ທີ່ຜິດກົດໝາຍເພື່ອຮ່ວມກັນແກ້ໄຂບັນຫາຕ່າງໆ ຢ່າງທັນການ ທັງນີ້, ເພື່ອເສີມຂະຫຍາຍຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ 3 ປະເທດ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.


ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ກ່າວວ່າ: ລາວ, ຫວຽດນາມ, ກໍາປູເຈຍ ແມ່ນ 3 ປະເທດທີ່ມີຊາຍແດນຕິດຈອດກັນ, ເປັນ 3 ປະເທດທີ່ເຄີຍຕົກຢູ່ໃນຊະຕາກໍາອັນດຽວກັນ, ເຄີຍມີມູນເຊື້ອສາມັກຄີຊ່ວຍເຫລືອກັນມາແຕ່ດຶກດໍາບັນ ແບບອ້າຍນ້ອງ ເຄີຍຮ່ວມທຸກຮ່ວມສຸກນໍາກັນຕະຫລອດມາ ປະຊາຊົນ 3 ຊາດ ໃນອິນດູຈີນເຄີຍຕໍ່ສູ້ຄຽງບ່າຄຽງໄຫລ່ຕ້ານກັບພວກຈັກກະພັດຕ່າງດ້າວຜູ້ຮຸກຮານໂຕດຽວກັນ. ສະນັ້ນ, ບໍ່ວ່າຈະຢູ່ໃນສະພາບ, ເງື່ອນໄຂໃດ ແລະ ໄລຍະໃດ ພວກເຮົາຈະບໍ່ສາມາດຕັດແຍກອອກຈາກກັນໄດ້. ດ້ວຍເຫດນັ້ນ, ກອງທັບ 3 ປະເທດ ເປັນຫລັກແຫລ່ງພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີສຸດແສນລໍ້າຄ່າທີ່ເປັນມູນເຊື້ອລະຫວ່າງ 3 ຊາດ, 3 ກອງທັບ ລາວ, ຫວຽດນາມ ແລະ ກໍາປູເຈຍ ນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ຈະເລີນງອກງາມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດລວມຂອງ 3 ຊາດ ກໍຄືຄວາມຢູ່ດີກິນດີ ຂອງປະຊາຊົນແຕ່ລະປະເທດ, ພວກເຮົາຕ້ອງພ້ອມກັນສ້າງເສັ້ນຊາຍແດນ 3 ຊາດ ໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງຢ່າງແທ້ຈິງ ບົນຈິດໃຈແຫ່ງຄວາມສາມັກຄີຮັກແພງ ຂອງ 3 ຊາດ.

ທີ່ມາ: ໜັງສືພິມກອງທັບ