ຮອງປະທານປະເທດ ສືບຕໍ່ເຄື່ອນໄຫວ ໃນໄລຍະ ເຂົ້າຮ່ວມກອງປະຊຸມຜູ້ນຳໂລກ ວ່າດ້ວຍແມ່ຍິງ

ຂປລ. ໃນວັນທີ 14 ຕຸລາ 2025, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ເເຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ເເທນ ໄດ້ສືບຕໍ່ເຄື່ອນໄຫວໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ນໍາໂລກ ວ່າດ້ວຍເເມ່ຍິງ ຢູ່ນະຄອນຫລວງ ປັກກິ່ງ, ສປ ຈີນ ໂດຍໄດ້ພົບປະສອງຝ່າຍກັບ ທ່ານ ຫານ ເຈິ້ງ ຮອງປະທານປະເທດ ເເຫ່ງ ສປ ຈີນ. ໃນນັ້ນ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະເເດງຄວາມຂອບໃຈ ເເລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ເເລະ ປະຊາຊົນ ລາວ-ຈີນ ລວມທັງຊົມເຊີຍຜົນສໍາເລັດອັນຍິ່ງໃຫຍ່ ຂອງ ສປ ຈີນ ໃນການຈັດກອງປະຊຸມຜູ້ນໍາໂລກ ວ່າດ້ວຍແມ່ຍິງ, ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 ເເລະ ພິທີລະນຶກຖຶງວັນໄຊຊະນະຂອງສົງຄາມປະຊາຊົນຈີນ ຕໍ່ຕ້ານການຮຸກຮານຂອງຟາດຊິດຍີ່ປຸ່ນ ແລະ ຟາດຊິດໂລກ ຄົບຮອບ 80 ປີ ໃນເດືອນກັນຍາ 2025 ທີ່ຜ່ານມາ,​ ຊຶ່ງບັນດາກິດຈະກໍາດັ່ງກ່າວນີ້ ລ້ວນເເລ້ວເເຕ່ເປັນການສະເເດງໃຫ້ເຫັນເຖິງຄໍາໝາຍໝັ້ນ ແລະ ຄວາມພະຍາຍາມຂອງ ສປ ຈີນ ໃນການພັດທະນາ ແລະ ສ້າງສາໂລກຂອງພວກເຮົາ ໃຫ້ນັບມື້ນັບມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ ເເລະ ຫວັງວ່າ ສປ ຈີນ ຈະສືບຕໍ່ໃຫ້ການຮ່ວມມື ເເລະ ສະໜັບສະໜູນ ສປປ ລາວ ໃນດ້ານເສດຖະກິດ-ການຄ້າ,​ ການລົງທຶນ, ວັດທະນະທໍາ, ເຕັກໂນໂລຊີ, ການທ່ອງທ່ຽວ ລວມທັງທ່າແຮງຂອງ ເສັ້ນທາງລົດໄຟ ລາວ-ຈີນ ເພື່ອເປັນການກະກຽມໃຫ້ເເກ່ສະເຫລີມສະຫລອງວັນຄົບຮອບການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ໃນປີ 2026 ເຊິ່ງທັງສອງປະເທດຈະຮ່ວມກັນຈັດຕັ້ງປະຕິບັດ “ປີມິດຕະພາບ ລາວ-ຈີນ, ຈີນ-ລາວ 2026”. ໃນຕອນທ້າຍ, ທ່ານ ຮອງປະທານປະເທດ ເເຫ່ງ ສປປ ລາວ ໄດ້ຖືໂອກາດດັ່ງກ່າວເຊື້ອເຊີນການນໍາຂັ້ນສູງຂອງ ສປ ຈີນ ເຂົ້າຮ່ວມງານສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ເພື່ອເປັນການສືບຕໍ່ຮັດເເໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ ສອງ ປະເທດ.

ທ່ານ ຫານ ເຈິ້ງ ຮອງປະທານປະເທດ ເເຫ່ງ ສປ ຈີນ ໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືສອງຝ່າຍ ຈີນ-ລາວ ໃນໄລຍະຜ່ານມາ ແລະ ການເຂົ້າຮ່ວມກອງປະຊຸມ ສຸດຍອດຜູ້ນຳໂລກ ວ່າດ້ວຍແມ່ຍິງ ຂອງຝ່າຍລາວ ໃນຄັ້ງນີ້. ສປ ຈີນ ຈະສືບຕໍ່ຮ່ວມມືກັບ ສປປ ລາວ ຕາມການຕົກລົງຂອງສອງປະເທດໃນຂອບສອງຝ່າຍ ແລະ ຈະສືບຕໍ່ຮ່ວມມື ໃນຂອບການຮ່ວມມືຫລາຍຝ່າຍ ຜ່ານລະບົບອົງການ ສະຫະປະຊາ ຊາດ, ຂອບ ອາຊຽນ-ຈີນ, ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ວຽກງານການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ. ພ້ອມທັງ ສະເໜີຝ່າຍລາວ ໃຫ້ການສະໜັບສະໜູນ ຂໍ້ລິເລີ່ມ ການປົກຄອງບໍລິຫານໂລກ (Global Governance Initiative) ຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ.

ໃນຕອນບ່າຍວັນດຽວກັນ, ທ່ານ ຮອງປະທານປະເທດ ໄດ້ລົງຢ້ຽມຢາມພື້ນຖານການຜະລິດສະຫະກອນ ປູກເຫັດ ຂອງ ບ້ານຟູເກີ້ຈວງ, ຕາແສງ ທົງໂຈ, ນະຄອນຫລວງປັກກິ່ງ ທີ່ໄດ້ສ້າງອາຊີບໃຫ້ແກ່ປະຊາຊົນພາຍໃນບ້ານ ໂດຍສະເພາະ ແມ່ນມີປະຊາຊົນບ້ານທີ່ເປັນເພດຍິງຈຳນວນ 70% ໄດ້ປະກອບສ່ວນເປັນແຮງງານ ຂອງສະຫະກອນການຜະລິດ ແລະ ມີລາຍຮັບຈາກການປູກເຫັດຂາຍເປັນສິນຄ້າ. ພ້ອມກັນນີ້, ກໍໄດ້ແລກປ່ຽນບົດຮຽນກ່ຽວກັບ ການບໍລິຫານຄຸ້ມຄອງລັດ ຂັ້ນທ້ອງຖິ່ນ ກັບອຳນາດການປົກຄອງບ້ານຟູເກີ້ຈວງ ແລະ ຕາແສງ ທົງໂຈ ທີ່ຕັ້ງຢູ່ຊານເມືອງຂອງ ນະຄອນຫລວງປັກກິ່ງ ເເລະ ບໍລິຫານລັດ ຂັ້ນທ້ອງຖິ່ນ. ຈາກນັ້ນ, ກໍໄດ້ຢ້ຽມຊົມ ບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີ ກະສິກຳ ເສິນໂຈ ແອວວີເພິງ ທີ່ຄົ້ນຄວ້າ ແລະ ພັດທະນາແນວພັນພືດກະສິກຳ ພາຍໃນ ສປ ຈີນ.

ທ້າຍສຸດ, ກອງປະຊຸມຜູ້ນໍາໂລກ ວ່າດ້ວຍເເມ່ຍິງ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງານ ໂດຍທ່ານປະທານກອງປະຊຸມ ໄດ້ອອກຖະເເຫລງການ ມີເນື້ອໃນແນໃສ່ການກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອຮັບປະກັນຄວາມກ້າວໜ້າຂອງເເມ່ຍິງ ເເລະ ໄດ້ປະກາດ ມອບເງິນ ຈໍານວນ 10 ລ້ານ ໂດລາສະຫະລັດ ໃຫ້ເເກ່ ອົງການ ສະຫະປະຊາຊາດ ເພື່ອແມ່ຍິງ (UN Women) ເເລະ ປະກອບສ່ວນ ຈໍານວນ 100 ລ້ານໂດລາສະຫະລັດ ເຂົ້າໃນກອງທຶນການພັດທະນາສາກົນ ເເລະ ການຮ່ວມມື ໃຕ້-ໃຕ້ ເພື່ອຈັດຕັ້ງປະຕິບັດບັນດາໂຄງການການພັດທະນາໃຫ້ເເກ່ ເເມ່ຍິງ ເເລະ ເດັກຍິງໃນທົ່ວໂລກ.

ທີ່ມາ: ຂ່າວສານປະເທດລາວ